ເພີ່ມ​ທະ​ວີ​ວິ​ທີ​ການ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ ເດັກ​ນ້ອຍ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ເຊັນປະກາດໃຊ້ຄຳສັ່ງ ຂອງ ນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີມາດຕະການປົກປ້ອງ, ເບິ່ງແຍງດູແລ ເດັກນ້ອຍຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19



ເພີ່ມ​ທະ​ວີ​ວິ​ທີ​ການ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ ເດັກ​ນ້ອຍ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ມອບຂອງຂວັນໃຫ້ແກ່ເດັກນ້ອຍ (ພາບ: TTXVN)

ຄຳສັ່ງຊີ້ແຈ້ງວ່າ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິກ - 19 ຕໍ່ເດັກນ້ອຍ ດ້ວຍທັດສະນະປົກປ້ອງໃຫ້ດີທີ່ສຸດ, ຈຳກັດຜົນກະທົບບໍ່ດີຕໍ່ເດັກນ້ອຍຢ່າງສຸດຂີດ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການສະເໜີບັນດານະໂຍບາຍມາດຕະການ, ເບິ່ງແຍງດູແລ, ປົກປ້ອງ, ລ້ຽງດູ ເດັກນ້ອຍກຳພ້າ ເວົ້າລວມ ແລະ ເດັກນ້ອຍກຳພ້າຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19 ເວົ້າສະເພາະ ເພື່ອຮັບປະກັນຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ການຄົ້ນຄ້ວາ, ກໍ່ສ້າງໂຄງການແກ້ໄຂຂໍ້ຈຳກັດ, ຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຕໍ່ເດັກນ້ອຍ ຄືການເບິ່ງແຍງດູແລສຸຂະພາບດ້ານຈິດໃຈທາງສັງຄົມ, ເບິ່ງແຍງດູແລເດັກນ້ອຍກຳພ້າ ເພື່ອແນໃສ່ຮັບປກັນການພັດທະນາຢ່າງຮອບດ້ານຂອງເດັກນ້ອຍ, ເພີ່ມທະວີການສື່ສານ ເພື່ອເສີມຂະຫຍາຍບົດບາດສັງຄົມ ແລະ ປະຊາຄົມພົນລະເມືອງ ໃນການປົກປ້ອງ, ເບິ່ງແຍງດູແລ ເດັກນ້ອຍເປັນຕົ້ນແມ່ນ ເດັກນ້ອຍທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງຕ້ອງແນະນຳ, ກວດກາ ປະຕິບັດບັນດາມາດຕະການ, ປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ເດັກນ້ອຍຢູ່ທ້ອງຖິ່ນ, ຈັດຕັ້ງການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍ ຢ່າງທັນການ, ປອດໄພ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ