ເພີ່ມທະວີວຽກງານຄຸ້ມຄອງ ແລະ ຮັກສາລາຄາ ໃຫ້ໝັ້ນທ່ຽງ

ເພີ່ມທະວີວຽກງານຄຸ້ມຄອງ ແລະ ຮັກສາລາຄາ ໃຫ້ໝັ້ນທ່ຽງ - ảnh 1
ສະຖານທີ່ຂາຍເຄື່ອງຮັກສາລາຄາໃຫ້ໝັ້ນທ່ຽງ
(ພາບປະກອບ)

(vovworld) - ກະຊວງ​ການ​ເງິນ​ຫາ​ກໍ່​ມີ​ເອກະສານ​ຝາກ​ໃຫ້​ພະ​ແນ​ກການ​ເງິນ​ບັນດາ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ​ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ​ຮັກສາ​ລາຄາ​​ໃຫ້​ໝັ້ນ​ທ່ຽງ. ລະອຽດ​ຄື, ຕິດ​ຕາມ​ເປັນ​ປະຈຳ, ກຳ​ແໜ້ນ​ສະພາບ​​ລາຄາ​​ເໜັງ​ຕີງ​ໃນ​ຕະຫຼາດ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ປະ​ເພດ​ສິນຄ້າ​ທີ່​ຈຳ​ເປັນ​ຄື: ທັນ​ຍາ​ຫານ, ສະບຽງ​ອາຫານ, ຢຸກຢາ​ປິ່ນ​ປົ່ວ​ພະຍາດ, ນົມ, ອາຍ​ແກັດ, ລາຄາ​ຂົນ​ສົ່ງ​.​.​. , ລາຍງານຕໍ່ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​​ໃນ​ທັນທີ​ເພື່ອມີ​ມາດ​ຕະການ​ເໝາະ​ສົມ​​ແນ​ໃສ່​ຮັກສາ​ລາຄາ​​ໃຫ້​ໝັ້ນ​ທ່ຽງຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ຢ່າງ​ທັນ​ການ. ຊີ້​ນຳ​ບັນດາ​ອົງການ, ສ່ວນ​ບຸກຄົນ​ຜະລິດ​ດຳ​ເນີ​ນທຸລະ​ກິດ​ໃນ​ບໍລິ​ເວນ​ຜະລິດ​ດ​ຳ​ເນີນ​ທຸລະ​ກິດ​ທີ່​ນຳ​ໃຊ້​ເຊື້ອ​ເພີງ​ຈາກ​ນ້ຳມັນແອັດ​ຊັງ​ ​ສຸ້ຊົນ​ດັດ​ປັບ​ເຕັກ​ໂນ​​ໂລ​ຢີ, ນຳ​ໃຊ້​ທຸກໆ​ມາດ​ຕະການ​ປະຢັດ​​ເຊື້ອ​ເພີງ, ຍົກ​ສູງ​ປະສິດທິພາບ​​ແຮງ​ງານ.​.​​. ​ເພື່ອ​ຫຼຸດ​ລາຄາ, ຈຳກັດ​ຜົນ​ສະທ້ອນ​ຈາກການ​ດັດ​ປັບ​ລາຄາ​​ແອັດ​ຊັງ​ເຖິງ​ລາຄາ​​ຜະລິດ​ຕະພັນ.

ຂ່າວ/ບົດ​ອື່ນ