ເພີ່ມທະວີວຽກງານຕິດຕາມກວດກາຂອງສະພາແຫ່ງຊາດສຳລັບການປະຕິຮູບການຈັດຕັ້ງກົງຈັກບໍລິຫານແຫ່ງລັດ

ເພີ່ມທະວີວຽກງານຕິດຕາມກວດກາຂອງສະພາແຫ່ງຊາດສຳລັບການປະຕິຮູບການຈັດຕັ້ງກົງຈັກບໍລິຫານແຫ່ງລັດ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍວັນ​ທີ 19/11, ຢູ່ ຮ່າ​ໂນ້ຍ, ຄະນະ​ຕິດຕາມ​ກວດ​ກາ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ “ການ​ປະຕິບັດ​ນະ​ໂຍບາຍ, ກົ​ດໝາຍ​ກ່ຽວ​ກັບ​ການ​ປະຕິ​ຮູບ​ການຈັດ​ຕັ້ງກົງຈັກ​ບໍລິຫານ​ແຫ່ງ​ລັດ​ໄລຍະ 2011 - 2016” ​ໄດ້ຈັດ​ຕັ້ງວາລະ​ປະຊຸມ​ຄັ້ງ​ທີ 1. ທີ່​ວາລະ​ປະຊຸມ, ທ່ານ ຫງວຽນ​ແຮ້ງ​ຟຸກ ປະທານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ປະກາດ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ຄະນະ​ຕິດ​ຕາມ​ກວດກາຂອງ​ສະພາ​ແຫ່ງ​ຊາດກ່ຽວ​ກັບ “ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປະຕິ​ຮູບ​ການຈັດ​ຕັ້ງ​ກົງຈັກ​ບໍລິ​ຫານ​ແຫ່ງ​ລັດ​ໄລຍະ 2011 - 2016”. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຫົວ​ໜ້າ​ຄະນະ​ຕິດຕາມ​ກວດກາ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງການ​ຕິດ​ຕາມ​ກວດ​ກາ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ວິວັດ​ການ​ປະຕິ​ຮູບ​ການຈັດ​ຕັ້ງ​ກົງຈັກ​ບໍລິຫານ​ແຫ່ງ​ລັດ​ໄລຍະ 2011 – 2016; ສະ​ເໜີ​ບັນດາ​ມາດ​ຕະການ, ຂໍ້​ສະ​ເໜີ ​ເພື່ອ​ແນ​ໃສ່​ສຳ​ເລັດ​ນະ​ໂຍບາຍ, ກົດໝາຍ ​ແລະ ບູລະນະ​ກົນ​ໄກ​ຈັດ​ຕັ້ງ​ກົງຈັກ​ບໍລິຫານ​ແຫ່ງ​ລັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ