ເພີ່ມທະວີວຽກງານປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ A/H¬7N9

   ເພີ່ມທະວີວຽກງານປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ A/H¬7N9 - ảnh 1
ພະນັງການສັດຕະວະແພດສີດຢາຂ້າເຊື້ອໃຫ້ລົດຂົນສົ່ງສັດປີກ

(vovworld)- ຕໍ່ໜ້າການຜັນແປທີ່ສັບສົນຈາກໂລກໄຂ້ຫວັດ A/H­5N1 ແລະ ໄພອັນຕະລາຍແຜ່ລາມ​ເຂົ້າ​ຫວຽດນາມຂອງໂລກໄຂ້ຫວັດ A/H­7N9 ຈາກບັນດາ ປະເທດໃກ້ຄຽງນັ້ນ, ກົມ​ສັດຕະວະ​ແພດ( ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ) ​ໄດ້​​ແຕ່ງ​ຕັ້ງຄະນະ​ປະຕິບັດງານລົງ​ໄປ​ທ້ອງ​ຖິ່ນ​ຕ່າງໆ​ເພື​ອ່ ກວດ​ເອົາ​ຕົວຢ່າງ​ພະຍາດໄຂ້ຫວັດສັດ​ປີກ​ຢູ່​ເຂດ​ຊາຍ​ແດນ, ຕະຫຼາດ​ຄ້າຂາຍ​ສັດ​ປີກ. ພ້ອມ​ກັນ​ນັ້ນ ກໍ​ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ແຜນການ​ຮັບ​ມື​ກັບ ເຊື້ອ​ໄວຣັດໂລກໄຂ້ຫວັດສັດ​ປີກທີ່​ເປັນ​ອັນຕະລາຍ ​ແລະ ສາມາດ​ຕິດ​ສູ່​ຄົນ​ໄດ້. ຕາມ​ທ່ານ ດາມ​ຊວນ​ແທ່ງ ຮອງ​ຫົວໜ້າກົມ ກົມ​ສັດຕະວະ​ແພດ​ແລ້ວ, ​ໄພ​ອັນຕະລາຍ ແຜ່ລາມຂອງໂລກໄຂ້ຫວັດ A/H­9N7 ແມ່ນຮ້າຍແຮງທີ່ສຸດ, ຍ້ອນເຫດນີ້ເອງ, ຄວນຜັນ​ຂະຫຍາຍ​ມາດຕະການ​ຮັບ​ມື​ກັບການແຜ່ລາມຂອງ ໂລກໄຂ້ຫວັດສັດປີກຢ່າງຮີບດ່ວນ. ມາຮອດປະຈຸບັນ, ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ໄດ້ປະກາດໃຊ້​ແຜນການ​ຮັບ​ມື​ເພື່ອປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກທີ່ອາດຈະຕິດສູ່ຄົນ. ທ່ານ ດາມ​ຊວນ​ແທ່ງ ຮອງ​ຫົວໜ້າກົມ ກົມ​ສັດຕະວະ​ແພດໃຫ້ຮູ້ວ່າ :

   “ ຕາມການຊີ້ນຳຈາກລັດຖະມົນຕີກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ,  ກົມ​ສັດຕະວະ​ແພດ​ໄດ້​​ແຕ່ງ​ຕັ້ງບັນດາຄະນະ​ປະຕິບັດງານລົງ​ໄປ​ກວດກາວຽກງານປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກຢູ່ທ້ອງ​ຖິ່ນ​ຕ່າງໆ ແລະ ສ້າງຕັ້ງ 8 ທິມງານປະຕິກິລີຍາໄວເພື່ອແກ້ໄຂກໍລະນີເມື່ອກວດພົບເຊື້ອໄວຣັດ ໂລກໄຂ້ຫວັດ A/H7N9. ໜ້າທີ່ຂອງບັນດາຄະນະ​ປະຕິບັດງານແມ່ນຕ້ອງ ເພີ່ມທະວີການກວດ​ເອົາ​ຕົວຢ່າງ​ພະຍາດໄຂ້ຫວັດສັດ​ປີກ​ຢູ່​ເຂດ​ຊາຍ​ແດນ, ຕະຫຼາດ​ ຄ້າຂາຍ​ສັດ​ປີກ ” .

ຂ່າວ/ບົດ​ອື່ນ