ເພ​ີ່ມ​ທະ​ວີ​ວຽກ​ງານ​ສົມ​ທົບ​ກັນ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ AIDS ແລະ ການ​ປ້ອງ​ກັນ​ຕ້ານ​ໄພ​ຢາ​ເສບ​ຕິດ, ໂສເພນີ​ໄລ​ຍະ ປີ 2020 – 2025

(VOVWORLD) -ພິທີເຊັ່ນໂຄງການສົມທົບວຽກງານລະຫວ່າງ ສານປະຊາຊົນສູງສຸດ ແລະ ຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກ AIDS ແລະ ການປ້ອງກັນ, ຕ້ານໄພຢາເສບຕິດ, ໂສເພນີໄລຍະ 2020 – 2025 ທີ່ເກີດຂຶ້ນຢູ່ຮ່າໂນ້ຍໃນວັນທີ 14 ກໍລະກົດ
ເພ​ີ່ມ​ທະ​ວີ​ວຽກ​ງານ​ສົມ​ທົບ​ກັນ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ AIDS ແລະ ການ​ປ້ອງ​ກັນ​ຕ້ານ​ໄພ​ຢາ​ເສບ​ຕິດ,  ໂສເພນີ​ໄລ​ຍະ ປີ 2020 – 2025 - ảnh 1

ພິທີເຊັ່ນສັນຂໍ້ຕົກລົງລະຫວ່າງສານປະຊາຊົນສູງສຸດ ແລະ ຄະນະກຳມະການແຫ່ງຊາດປ້ອງກັນ, ຕ້ານໂລກລAIDS ແລະ ປ້ອງກັນ, ຕ້ານໄພຢາເສບຕິດ, ເພໂສນີ (ພາບ: dantri.com.vn)

ຕາມນັ້ນແລ້ວ, ໄລຍະ 2020 – 2025 ສອງຝ່າຍຈະປັບປຸງກົນໄກ, ນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໂລກ AIDS ແລະ ປ້ອງກັນ, ຕ້ານໄພຢາເສບຕິດ, ໂສເພນີໃຫ້ສົມບູນແບບ, ສົມທົບກັນຄົ້ນຄ້ວາເພື່ອຍື່ນສະເໜີໃຫ້ປັບປຸງ, ເພີ່ມເຕີມບາງຮ່າງກົດໝາຍຄື: ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານ HIV/AIDS…ເຂົ້າຮ່ວມແລະກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກ AIDS ແລະ ການປ້ອງກັນ, ຕ້ານໄພຢາເສບຕິດ, ໂສເພນີເນັ້ນໜັກວ່າ:

        ສິ່ງທີ່ເປັນໜ້າວິຕົກກັງວົນນັ້ນແມ່ນ ມາຮອດປັດຈຸບັນທົ່ວໂລກຍັງບໍ່ມີແຜນການບຳບັດປິ່ນປົວຜູ້ຕິດຢາເສບຕິດໄດ້ເທື່ອ. ນີ້ແມ່ນສິ່ງທ້າທາຍອັນຍິ່ງໃຫຍ່. ພວກຂ້າພະເຈົ້າຫວັງວ່າ ການສົມທົບນີ້ຈະສືບຕໍ່ໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ