ເພີ່ມທະວີວຽກງານສ້າງ ແລະ ປັບປຸງບັນດາຮ່າງກົດໝາຍໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາລັດຖະມົນຕີຂອງບັນດາກະຊວງ, ຫົວໜ້າບັນດາອົງການທຽບເທົ່າກະຊວງ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທີ່ຂື້ນກັບສູນກາງ… ລົງຊີ້ນຳຕົວຈິງວຽກງານການສ້າງ, ປັບປຸງໃຫ້ສຳເລັດ
ເພີ່ມທະວີວຽກງານສ້າງ ແລະ ປັບປຸງບັນດາຮ່າງກົດໝາຍໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ - ảnh 1ພາບປະກອບ

ວັນທີ 19 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ, ໄດ້ເຊັນ ປະກາດໃຊ້ເອກະສານທາງການ ກ່ຽວກັບການເພີ່ມທະວີວຽກງານການສ້າງກົດໝາຍ, ປັບປຸງບັນດາຮ່າງກົດໝາຍໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ສະພາແຫ່ງຊາດຊຸດທີ XV. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາລັດຖະມົນຕີຂອງບັນດາກະຊວງ, ຫົວໜ້າບັນດາອົງການທຽບເທົ່າກະຊວງ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທີ່ຂື້ນກັບສູນກາງ… ລົງຊີ້ນຳຕົວຈິງວຽກງານການສ້າງ, ປັບປຸງໃຫ້ສຳເລັດ, ປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ ແລະ ຂໍ້ສະເໜີກ່ຽວກັບການສ້າງກົດໝາຍ. ລັດຖະມົນຕີບັນດາກະຊວງ, ຫົວໜ້າອົງການທຽບເທົ່າກະຊວງ ໄດ້ຮັບການມອບໝາຍໃຫ້ເປັນເຈົ້າການໃນການຮຽບຮຽງຮ່າງບັນດາຮ່າງກົດໝາຍ , ຮ່າງເອກະສານນິຕິກຳ ຕ້ອງຮັບປະກັນຄຸນນະພາບ ຂອງຮ່າງເອກະສານນິຕິກຳ ແລະ ເອກະສານຕ່າງໆໃຫ້ດີທີ່ສຸດ; ເພີ່ມທະວີບັນດາວິທີການປະກອບຄຳຄິດຄຳເຫັນທີ່ແທດຈິງ, ມີປະສິດທິຜົນ, ອະທິບາຍຢ່າງຄົບຖ້ວນ ຕໍ່ການປະກອບຄຳຄິດຄຳເຫັນ ຂອງບັນດາອົງກອນ, ອົງການຈັດຕັ້ງ ແລະ ເປົ້າໝາຍທີ່ໄດ້ຮັບຜົນກະທົບໂດຍຕົງຂອງເອກະສານ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຮຽກຮ້ອງໃຫ້ເພີ່ມທະວີວຽກງານເຜີຍແຜ່ ນະໂຍບາຍໃນວິວັດການສ້າງບັນດາເອກະສານນິຕິກຳ ເພື່ອສ້າງຄວາມເຫັນດີເຫັນພ້ອມຂອງສັງຄົມ ແລະ ຮັບປະກັນບັນດາເງື່ອນໄຂ ເພື່ອໃຫ້ແນວໂຮມປະເທດຊາດ ຫວຽດນາມ, ປະຊາຊົນ, ວິສາຫະກິດເຂົ້າຮ່ວມຢ່າງມີຄຸນນະພາບ ໃນວິວັດການສ້າງ ແລະ ປະກາດໃຊ້ເອກະສານນິຕິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ