ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິ​ດ​ຕະ​ພາບ, ຄ​ວ​າມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ຊາວ​ໜ​ຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

(VOVWORLD) - ທ່ານ ເລກວກຟອງ ໄດ້ສະແດງຄວາມປາດຖະໜາຢາກສອງຝ່າຍ ເລີ່ມຕົ້ນ, ຊຸກຍູ້ບັນດາການເຄື່ອນໄຫວຄື: ການພົບປະ, ແລກປ່ຽນ, ຊອກຫາຄວາມສາມາດທີ່ຈະຮ່ວມມືດຳເນີນທຸລະກິດ.

ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິ​ດ​ຕະ​ພາບ, ຄ​ວ​າມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ຊາວ​ໜ​ຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ - ảnh 1

ທ່ານ ເລກວກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ ສູນນະລາດ, ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ພາບ: ຮ່າແທງ/ Tuoitre.vn) 

ຕອນບ່າຍວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນການພົບປະລະຫວ່າງທ່ານ ເລກວກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ ສູນນະລາດ, ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

        ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນທີ່ສຳຄັນຄື: ການສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍປະຕິບັດບັນດາເນື້ອໃນຂອງຂໍ້ຕົກລົງການຮ່ວມມື ລະຫວ່າງຄະນະຊາວ ໜຸ່ນສອງປະເທດ ໄລຍະ 2017 – 2022, ສືບຕໍ່ຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ແກ່ຄົນລຸ່ນໜຸ່ມສອງປະເທດກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດຫວຽດນາມ - ລາວ, ສືບຕໍ່ຜັນຂະຫຍາຍໂຄງການແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ, ບັນດາຫ້ອງບຳລຸງສ້າງພະນັກງານຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຢູ່ ຫວຽດນາມ.

ກ່ຽວກັບວຽກງານການຮ່ວມມືລະຫວ່າງນັກທຸລະກິດໜຸ່ມສອງປະເທດ, ທ່ານ ເລກວກຟອງ ໄດ້ສະແດງຄວາມປາດຖະໜາຢາກສອງຝ່າຍ ເລີ່ມຕົ້ນ, ຊຸກຍູ້ບັນດາການເຄື່ອນໄຫວຄື: ການພົບປະ, ແລກປ່ຽນ, ຊອກຫາຄວາມສາມາດທີ່ຈະຮ່ວມມືດຳເນີນທຸລະກິດ. ຈາກນັ້ນ, ສະມາຄົມນັກທຸລະກິດໜຸ່ມ ສອງປະເທດກ້າວໄປເຖິງການຄົ້ນຄ້ວາຄວາມສາມາດໃນການລົງນາມບັນດາຂໍ້ຕົກລົງຮ່ວມມື. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໜູນຊ່ວຍລາວໃນການຮ່ວມເດີນທາງພ້ອມກັບຊາວໜຸ່ມ starup  ແລະ ສ້າງອາຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ