ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ອີຢິບ

ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ອີຢິບ - ảnh 1
ການເຮັດວຽກລະຫວ່າງ 2 ຝ່າຍ
(ພາບ: Phương Hoa/TTXVN)

(vovworld) - ໃນການຢ້ຽມຢາມ ຫວຽດນາມ, ​ເຂົ້າຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ລະ​ຫວ່າ​ງ ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ພາກ​ຕາ​ເວັນ​ອອກ​ກາງ - ອະ​ຟະ​ລິ​ກາ​ເໜືອ ທີ່​ໄດ້​ດຳ​ເນີນ​ໃນ 2 ມື້, ວັນ​ທີ 4 – 5/11 ທີ່​ຮ່າ​ໂນ້ຍ, ຜູ້​ຊ່ວຍວຽກ​ລັດຖະມົນຕີ​​ການ​ຕ່າງປະ​ເທດ ​ເອຢິບ Ahmed Ismail ​ໄດ້​ມີ​ການປະ​ຊູ​ມປຶກສາ​ຫາລື​ດ້ານ​ການ​ເມືອງ​​ເປັນ​ປະຈຳ​ຄັ້ງທີ 7 ກັບ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ. ນະທີ່​ນີ້, ສອງ​ຝ່າຍ​ຢືນຢັນ​ຈະ​ສືບຕໍ່ສົມທົບ​ກັນຈັດຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງວັນສ້າງຕັ້ງການ​ພົວພັນ​ທາງການ​ທູດ​ເປັນ​ຢ່າງ​ດີ ​ແລະ ​ເຫັນ​ດີ​ຕໍ່ ​ບັນດາ​ທິດ​ທາງ, ມາດຕະ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືຫຼາຍດ້ານ​ລະຫວ່າງ 2

ປະ​ເທດ​ໃນ​​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ການ​ຄ້າ, ນ້ຳມັນອາຍ​ແກ​ດ, ການ​​ໂທລະ​ຄົມ, ກະສິກຳ, ການທ່ອງ​ທ່ຽວ, ສິນ​ໃນ​ນ້ຳ ​ແລະ ການ​ສຶກສາ - ບຳລຸງ​ສ້າງ…

     ກ່ອນ​ນັ້ນ, ວັນ​ທີ 4/11, ​​ທີ່​ການຕ້ອນຮັບ ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​​ການ​ຕ່າງປະ​ເທດເອຢິບ Ahmed Ismail, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ , ​ເນັ້ນໜັກວ່າ​ໃນ​​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຕ້ອງ​ພະຍາຍາມ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​​ເໝາະສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ສອງ​ຝ່າຍ​ຜ່ານ​ການ​ເພິ່ມທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນທຸກ​ຂັ້ນ, ພົບ​ປະແລກ​ປ່ຽນລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ, ຍູ້​ແຮງ​ການຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມືສອງ​ຝ່າຍ, ຕັ້ງໜ້າ​ກະ​ກ່ຽມ​ໃຫ້​ກອງ​ປະ​ຊູ​ມຄັ້ງທີ 5 ຄະນະ​ກຳມະການ​ປະສົມ ຫວຽດນາມ - ​ເອຢິບ ​ເຊິ່ງຄາດ​ວ່າ​ຈະ​ຈັດຕັ້ງ​ໃນ​ປີ 2014 ຢູ່ຮ່າ​ໂນ້ຍ; ຍູ້​ໄວ​ການ​ເຈລະຈາ, ລົງ​ລາຍ​ເຊັນ​​ໃນເອກະສານ​ການ​ຮ່ວມ​ມື​ຫຼາຍສະບັບໃນ​ຂົງ​ເຂດ​ຕ່າງໆຄື: ທະນາຄານ, ປະກັນ​ໄພ, ການ​ເງິນ, ຂໍ້​ມູນ​ຂ່າວສານ ​ແລະ ການ​ສື່ສານ​ເພື່ອສ້າງສຳ​ເລັດຮ່າງ​ນິຕິ​ກຳ​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ.

 

ຂ່າວ/ບົດ​ອື່ນ