ເພີ່​ມ​ທະ​ວີ​ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ສ​ະ​ຫ​ະ​ພັນ ລັດ​ເຊຍ ກວ່າ​ອີກ

(VOVWORLD) -  ບັນດາທ້ອງຖິ່ນຂອງ ລັດເຊຍ ປາດຖະໜາ ແລະ ພ້ອມແລ້ວທີ່ຈະ ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ ກວ່າອີກ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ Timur Sadykov, ຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ຄົນໃໝ່ ໃນການພົບປະກັບສື່ມວນຊົນໃນວັນທີ 29 ທັນວາ, ຢູ່ນະຄອນ ໂຮ່ຈີມິນ.
ເພີ່​ມ​ທະ​ວີ​ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ສ​ະ​ຫ​ະ​ພັນ ລັດ​ເຊຍ ກວ່າ​ອີກ - ảnh 1ທ່ານ Timur Sadykov, ຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ (ພາບ: TTXVN)

ຕາມທ່ານ Timur Sadykov ແລ້ວ, ສະຫະພັນ ລັດເຊຍ ໄດ້ກຳນົດສາຍພົວພັນລະຫວ່າງບັນດາທ້ອງຖິ່ນຂອງ ສະຫະພັນ ລັດເຊຍ ແລະ ຫວຽດນາມ ແມ່ນປັດໄຈສຳຄັນໃນສາຍພົວພັນການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. ບັນດາທ້ອງຖິ່ນຂອງ ສະຫະພັນ ລັດເຊຍ ປາດຖະໜາ ແລະ ພ້ອມແລ້ວທີ່ຈະຍູ້ແຮງ  ການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ.

        ທ່ານຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ຄົນໃໝ່ໄດ້ເນັ້ນໜັກວ່າສາຍພົວພັນການຮ່ວມມືແຮກສ່ຽວ ລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນ Saint Peterburg ແມ່ນແບບຢ່າງທີ່ດີເດັ່ນໃຫ້ແກ່ສາຍພົວພັນການຮ່ວມມືລະຫວ່າງທ້ອງຖິ່ນ ສະຫະພັນ ລັດເຊຍ ແລະ ຫວຽດນາມ. ທ່ານ Timur Sadykov ໃຫ້ຄຳໝັ້ນສັນຍາວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນ ລະຫວ່າງທ້ອງຖິ່ນ ສະຫະພັນ ລັດເຊຍ ກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ; ຕັ້ງໜ້າປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສະຫະພັນ ລັດເຊຍ ແລະ ຫວຽດນາມ ນັບມື້ນັບດີງາມຂຶ້ນ, ນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ