ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ, ການຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ

(VOVWORLD) -    ຕອນບ່າຍວັນທີ 19 ກັນຍາ ຕາມເວລາ ກູບາ (ກົງກັບຕອນເຊົ້າວັນທີ 20 ກັນຍາ ຕາມເວລາ ຫວຽດນາມ) ຢູ່ນະຄອນຫຼວງ ລາ ຮາບານາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ດຳເນີນການເຈລະຈາກັບທ່ານເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ກູບາ Miguel Diaz Canel.
ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ, ການຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ - ảnh 1ການເຈລະຈາລະຫວ່າງສອງຝ່າຍ (ພາບ: TTXVN)

ການນຳສອງທ່ານໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນທາງດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາບັນດາກົນໄກຮ່ວມມືເປັນປົກກະຕິ, ມີໄຫວພິບ ແລະ ຍົກສູງປະສິດທິຜົນ. ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍປະຕິບັດສັນຍາການຄ້າສະບັບໃໝ່ໃຫ້ມີປະສິດທິຜົນ, ຂຸດຄົ້ນບັນດາບຸລິມະສິດຂອງສັນຍາສະບັບນີ້ຢ່າງສຸດຂີດ, ຍົກວົງເງິນການຄ້າສອງສົ້ນໃຫ້ສູງຂຶ້ນສົມກັບກຳລັງບົ່ມຊ້ອນ ແລະ ສາຍພົວພັນການເມືອງອັນດີງາມລະຫວ່າງສອງປະເທດ.

        ສອງຝ່າຍໄດ້ສ້າງເງື່ອນໄຂສະດວກ, ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາໂຄງການພັດທະນາການຜະລິດເຂົ້າສານ, ສາລີ, ກາເຟ, ປູກລ້ຽງສິນໃນນ້ຳຢູ່ ກູບາ ໃຫ້ມີປະສິດທິຜົນ, ມຸ່ງໄປເຖິງເປົ້າໝາຍນຳ ກູບາ ກາຍເປັນປະເທດເພິ່ງຕົນເອງດ້ານສະບຽງອາຫານ, ສືບຕໍ່ເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດວັດທະນະທຳ, ວິທະຍາສາດເຕັກໂນໂລຢີ, ກິລາ, ການທ່ອງທ່ຽວ, ບຳລຸງສ້າງ, ສາທາລະນະສຸກ…

        ສືບຕໍ່ຮັກສາການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ, ຮ່ວມມືກັນໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສປຊ; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ລວມເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ສອງພາກພື້ນ ແລະ ໃນໂລກ

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປະກາດຂໍ້ຕົກລົງວ່າດ້ວຍການມອບຂອງຂວັນໃຫ້ແກ່ປະຊາຊົນ ກູບາ ອ້າຍນ້ອງ, ເຊິ່ງລວມມີເຂົ້າສານຈຳນວນ 5.000 ໂຕນ, ອຸປະກອຍການແພດ. ນອາກຈາກນັ້ນ ມີກະຊວງ, ຂະແໜງການຈຳນວນໜຶ່ງກໍໄດ້ມອບຂອງຂວັນໃຫ້ແກ່ກະຊວງ, ຂະແໜງການ, ຄູ່ຮ່ວມມືກູບາ ເຊັ່ນດຽວກັນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ເຊີນທ່ານປະທານປະເທດ ກູບາ Miguel Diaz Canel ຈະໄປຢ້ຽມຢາມ ຫວຽດນາມ ໃນໄວໆນີ້.

ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ, ການຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ - ảnh 2ການນຳສອງທ່ານເປັນສັກຂີພິຍານພິທີລົງນາມໃນເອກະສານສະບັບຕ່າງໆ (ພາບ: TTXVN)
ພາຍຫຼັງພີທີເຈລະຈາ, ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນໂອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດສອງປະເທດ. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການຢ້ຽມຢາມ ກູບາ ຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວັນຟຸກ.

ຕອບກັບ

ຂ່າວ/ບົດ​ອື່ນ