ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ ແລະ ລາວ ໃຫ້ຫຼາຍກວ່າເກົ່າ

(VOVWORLD) -ທ່ານ ຫງວຽນຊວັນທັງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນວິວັດທະນາການປ່ຽນແປງໃໝ່ ແລະ ການພັດທະນາຂອງ ລາວ ຢ່າງຮອບດ້ານ.
ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ ແລະ ລາວ ໃຫ້ຫຼາຍກວ່າເກົ່າ - ảnh 1(ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູງກາງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ວັນທີ 05 ທັນວາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູງກາງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ.

        ທີ່ບັນດາການພົບປະ, ທ່ານ ຫງວຽນຊວັນທັງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນວິວັດທະນາການປ່ຽນແປງໃໝ່ ແລະ ການພັດທະນາຂອງ ລາວ ຢ່າງຮອບດ້ານ. ທ່ານ ຫງວຽນຊວັນທັງ ແຈ້ງໃຫ້ການນຳ ລາວ ຊາບກ່ຽວກັບສະພາບການຂອງ ຫວຽດນາມ ຫວ່າງມໍ່ໆມານີ້, ກໍ່ຄືໝາກຜົນການພົບປະເຈລະຈາກັບທ່ານ ພູວົງ ອຸຸ່ນຄຳແສນ ຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງ 2 ປະເທດ ກໍຄືການພົວພັນຮ່ວມມືລະຫວ່າງ 2 ສະຖາບັນອຸດົມສົມບູນຂຶ້ນຕື່ມ. ບັນດາການນນຳຂັ້ນສູງຂອງ ລາວ ປາດຖະໜາວ່າ 2 ສະຖາບັນສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ສະຫຼຸບສະພາບຕົງຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ