ເພີ່ມທະວີແລະປ່ຽນໃໝ່ ວຽກງານຂົນຂວາຍ ປະຊາຊົນໃນບັນດາ ອົງການຂອງລັດ


 ເພີ່ມທະວີແລະປ່ຽນໃໝ່ ວຽກງານຂົນຂວາຍ ປະຊາຊົນໃນບັນດາ ອົງການຂອງລັດ - ảnh 1

(ພາບ: vov )

(vovworld) –​​​​​​​ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນມູນ​ເຊື້ອ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ (15/10/1930-15/10/2014), ​ຕອນ​ເຊົ້າວັນ​ທີ 14/10, ຢູ່​ຮ່າ​ໂນ້ຍ, ຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ ​ໄດ້​ຈັດການ​​ໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້ “​ເພີ່ມ​ທະວີ ແລະ ປ່ຽນ​ໃໝ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ“ ຈຸດສຸມ​ແມ່ນ​ວຽກ​ງານ​ຂົນ​ຂວາຍ ປະຊາ​ຊົນໃນ​ບັນດາ​ອົງການ​ຂອງ​ລັດ. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ສະ​ເໜີ​ທີ່​ການ​ພົບ​ປະ​ເຈລະຈາ​ຢືນຢັນ​ວ່າ: ວຽກ​ງານ​ຂົນ​ຂວາຍປະຊາ​ຊົນ ໃນ​ບັນດາ​ອົງການ​ຂອງ​ລັດ​ໄດ້​ປະກອບສ່ວນ​ປ່ຽນ​ແປງ​ຄວາມ​ຊິ້ນ​ເຄີຍ, ສະຕິ​ຄວາມ​ຮັບ​ຮູ້, ປ່ຽນ​ແປງ​ແບບ​ແຜນການ​ເຮັດ​ວຽກ, ຍົກ​ສູງ​ຄູນ​ສົ​ມບັດ​ວຽກ​ງານ​ລັດຖະການ, ບັນດາ​ລະບຽບ​ການ​ດ້ານ​ບໍລິຫານທີ່​ກໍ່​ຄວາມ​ຫຍຸ່ງຍາກ​ໄດ້​ຫລຸດ​ຜ່ອນ​ລົງ​ຢ່າງ​ເຫັນ​ໄດ້​ຊັດ ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ. ທ່ານ​ດ່າວງອກ​ຢຸງ, ​ເລຂາຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງຊີ້​ແຈ້ງວ່າ:

  “​ສືບ​ຕໍ່​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ຍູ້​ແຮງ​ຄຸນ​ນະພາ​ບ ການ​ດຳເນີນ​ຊີວິດ​ຢູ່ໜ່ວຍ​ພັກ​ໄປ​ຄຽງ​ຄູ່​ກັບ​ການ​ຜັນ​ຂະຫຍາຍ​ປີ​ຂົນຂວາຍ​ປະຊາຊົນ, ຍົກ​ສູງ​ລັກສະນະ​ຕໍ່ສູ້, ຕຳນິຕິ​ຊົມຕົນ​ເອງ ​ແລະ ​ເພື່ອ​ນສະຫາຍ. ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນ​ພັກ, ​ແກ້​ໄຂ​ສະພາບ​ອ່ອນ​ດ້ອຍ​ໃນວຽກ​ງານ​ຂົນ​ຂາຍປະຊາ​ຊົນ ໃນ​ບັນດາ​ອົງການ​ຂອງ​ລັດ​, ​ເສີມ​ຂະຫ​າຍລັກສະນະ​ປະຊາທິປະ​ໄຕ​ໃນພັກ​ເພື່ອ​ໃຫ້​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​ເວົ້າຈິງ​ເຮັດ​ແທ້ ​ແລະ ປະຕິບັດ​ວຽກ​ງາ​ນທີ່​ໄດ້​ຮັບມອບ​ໝາຍຢ່າງ​ມີ​ປະສິດທິ​ຜົນ“./.

ຂ່າວ/ບົດ​ອື່ນ