ເພີ່ມທະວີໂຄສະນາເຜີຍແຜ່ຮູບພາບດິນແດນແລະຊາວຫາຍຟ່ອງຢ່າງກ້ວາງຂວາງ

ເພີ່ມທະວີໂຄສະນາເຜີຍແຜ່ຮູບພາບດິນແດນແລະຊາວຫາຍຟ່ອງຢ່າງກ້ວາງຂວາງ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

(vovworld) - ​ ງານ​ບຸນດອກ​ຝາງ​ແດງ​ຄັ້ງ​ທີ 5 - ຫາຍ​ຟ່ອງ 2016 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 06/05 ດ້ວຍ​ຫົວ​ຂໍ້​ວ່າ: “ຫາຍ​ຟ່ອງ - ​ເຊື່ອມ​ຕໍ່ກັບ​ເພື່ອນ​ມິດ”. ນີ້​ແມ່ນ​ເຫດການ​ວັດທະນະທຳ​ປະຈຳ​ປີ ​ເນື່ອງ​ໃນ​ໂອກາດ​ກ້າວ​ເຂົ້າ​ເດືອນ 5 ​ເພື່ອ​ແນ​ໃສ່​ເຊີດ​ຊູຄຸນຄ່າ​ທີ່​ເປັນມູນ​ເຊື້ອ, ປະຫວັດສາດຂອງ​ດິນ​ແດນ ​ແລະ ຊາວ ຫາຍ​ຟ່ອງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ນະຄອນ ຫາຍ​ຟ່ອງ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ດ້ານ​ແນວ​ຄິດ, ວັດທະນະທຳ, ປະຫວັດສາດ ​ໂດຍ​ບັນດາ​ລຸ້ນ​ພໍ່​ລຸ້ນອ້າຍປະ​ໄວ້ ​ແນ​ໃສ່​ໂຄສະນາ​ເຜີຍ​​ແຜ່​ ຮູບ​ພາບ​ດິນ​ແດນ ​ແລະ ຊາວ ຫາຍ​ຟ່ອງຢ່າງ​ເນ​ທາງ​ການ, ດຶງ​ດູດ​ແຫຼ່ງກຳລັງ ​ເພື່ອ​ລົງທຶນ​ພັດທະນາ​ການທ່ອງທ່ຽວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າ​ໃນ​ການຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: ນະຄອນ ຫາຍ​ຟ່ອງ ​ເສີມ​ຂະຫຍາຍ​ຈິດ​ໃຈ​ຂອງ​ທ້ອງ​ຖິ່ນ ​ເຄີຍ​ນຳ​ໜ້າ, ບຸກທະລຸໃນ​ຊຸມ​ປີ​ທຳ​ອິດ​ຂອງ​ໄລຍະ​ປ່ຽນ​ໃໝ່, ສືບ​ຕໍ່​ປ່ຽນ​ໃໝ່​ແຂງ​ແຮງ​ກ່ວາ​ອີກ​, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ໃຫ້​ສະດວກ, ປອດ​ໄພ, ດູດ​ດຶ່ມ; ກໍ່ສ້າງ​ກົງ​ຈັກ​ອຳນາດ​ການ​ປົກຄອງ​ສີວິ​ໄລ, ທັນ​ສະ​ໄໝ, ​​ແມ່ນ​ອຳນາດ​ການ​ປົກຄອງ ທີ່ຮັບ​ໃຊ້​ປະຊາຊົນ, ວິ​ສາ​ຫະກິດຢ່າງ​ແທ້​ຈິງ.

        ​ໃນ​ຂອບເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ຽກຢູ່​ນະຄອນ ຫາຍ​ຟ່ອງ, ຕອນ​ເຊົ້າ​ວັນ​ທີ 07/05 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ​ພິທີລົງມື​ກໍ່ສ້າງ​ເຂດ​ທ່ອງ​ທ່ຽວ - ພັກຜ່ອນ​ບຳລຸງ​ສຸຂະພາບມາດຕະຖານສູງ ຮ່ອນ​ເຢົ່າ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງມື​ກໍ່ສ້າງ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ຫາຍ​ຟ່ອງ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ກ່ຽວ​ກັບ​ການທ່ອງທ່ຽວດັ່ງ​ນັ້ນ ຄວນ​ຂຸກ​ຄົ້ນ​ທ່າ​ແຮງ​ນີ້. ຫາຍ​ຟ່ອງ ຄວນ​ສ້າງ​​ເຄື່ອງໝາຍທ່ອງ​ທ່ຽວ, ກົນ​ໄກ - ລະບອບ​ເຮັດ​ທ່ອງ​ທ່ຽວ ​ແລະ ປຸກລະດົມ​ປະຊາ​ຄົມ​ເຮັດ​ທ່ອງ​ທ່ຽວ.


ຂ່າວ/ບົດ​ອື່ນ