ເພີ່ມພູນຄູນສ້າງ ແລະ ຖ່າຍທອດໃຫ້ລຸ່ນຄົນໃນອະນາຄົດ ກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ

(VOVWORLD) -ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ
ເພີ່ມພູນຄູນສ້າງ ແລະ ຖ່າຍທອດໃຫ້ລຸ່ນຄົນໃນອະນາຄົດ ກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ - ảnh 1

    ເນື້ອໃນຂອງສານມີຕອນຂຽນວ່າ : ໂດຍແມ່ນເພື່ອນ, ແມ່ນສະຫາຍອ້າຍນ້ອງສະໜິດສະໜົມ ມີອຸດົມການຮ່ວມ, ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະຮ່ວມສຸກຮ່ວມທຸກພ້ອມກັບ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງ. ຫວຽດນາມເຊື່ອແນວ່າ ໂດຍພາຍໃຕ້ການຊີ້ນຳນຳພາຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າໃນກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ, ສ້າງປະເທດລາວສັນຕິບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນຢ່າງສຳເລັດຜົນຕາມເປົ້າໝາຍສັງຄົມນິຍົມ.

    ພັກ, ລັດ ແລະ ປະຊາຊົນຫວຽດນາມຢືນຢັນວ່າ ໃນທຸກສະພາບການໃດໆ ກໍຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ພັກ, ລັດ ແລະ ປະຊາຊົນລາວ ເພື່ອຮັກສາ, ເສີມສ້າງ ແລະ  ຖ່າຍທອດໃຫ້ລຸ່ນຄົນໃນອະນາຄົດ ກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ.

   ເນື່ອງໃນໂອກາດນີ້, ບັນດາຄະນະຂອງພັກ, ກະຊວງ, ຂະແໜງການຕ່າງໆ, ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງມະຫາຊົນ, ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ກໍໄດ້ສົ່ງສານອວຍພອນເຖິງ ບັນດາຄະນະຂອງພັກ, ກະຊວງ, ຂະແໜງການຕ່າງໆ, ສູນກາງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ ເພື່ອອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ