ເພີ່ມ​ພູນ​ຄູນ​ສ້າງ​ຄວາມສາ​ມັກ​ຄີ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດນາມ - ລາວ

(VOVWORLD) -ກ່າວຄຳເຫັນນະທີ່ນີ້, ທ່ານ ຈັນທະພອນ ຄຳມະນີຈັນ ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຢັ້ງຢືນວ່າ: ປະເທດລາວ ໄດ້ຄືທຸກວັນນີ້, ຍ້ອນມີການຊ່ວຍເຫຼືອອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ເວົ້າລວມ ແລະ ປະຊາຊົນແຂວງບັກຢາງເວົ້າສະເພາະ. 
ເພີ່ມ​ພູນ​ຄູນ​ສ້າງ​ຄວາມສາ​ມັກ​ຄີ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດນາມ - ລາວ - ảnh 1ທ່ານ ຈັນທະພອນ ຄຳມະນີຈັນ ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ (ພາບ: TTXVN)

ວັນທີ 21 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຂອງແຂວງ ໄດ້ຈັດຕັ້ງການພົບປະສ້າງສັນສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ ລາວ (18/7/1977 – 18/7/2022). ກ່າວຄຳເຫັນນະທີ່ນີ້, ທ່ານ ຈັນທະພອນ ຄຳມະນີຈັນ ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຢັ້ງຢືນວ່າ: ປະເທດລາວ ໄດ້ຄືທຸກວັນນີ້, ຍ້ອນມີການຊ່ວຍເຫຼືອອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ເວົ້າລວມ ແລະ ປະຊາຊົນແຂວງບັກຢາງເວົ້າສະເພາະ. ແຂວງບັກຢາງ ຍັງເປັນບ່ອນບຳລຸງກໍ່ສ້າງພະນັກງານຫຼັກແຫຼ່ງຂອງລາວຫຼາຍຄົນ ໃນສະໄໝຕໍ່ຕ້ານ ແລະ ປັດຈຸບັນ ຫຼາຍຄົນພວມດຳລົງຕຳແໜ່ງສຳຄັນໃນພັກ ແລະ ລັດຖະບານລາວ. ທ່ານ ຈັນທະພອນ ຄຳມະນີຈັນ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງແຂວງ ບັກຢາງ ກັບແຂວງໄຊຊົມບູນຂອງ ລາວ ຈະນັບມື້ນັບຜູກພັນ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ທັງສອງຝ່າຍ, ພ້ອມທັງເຮັດໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

ໃນຂອບເຂດການພົບປະ, ບັນດາຜູ້ແທນໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ. ໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງບັກຢາງໄດ້ມອບຂອງຂວັນໃຫ້ນັກຮຽນລາວ 5 ຄົນ; ຍ້ອງຍໍມອບຂອງຂວັນ ໃຫ້ ສ່ວນບຸກຄົນ 10 ຄົນ ຍ້ອນມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ສາຍພົວພັນປະຊາຊົນ ໃນການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ