ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ - ສິງກະໂປ

(VOVWORLD) -ທ່ານນາງ ຕາວທິແທັງເຮືອງ ເອກອັກຄະລັດຖະທູດຫວຽດນາມປະຈໍາສິງກະໂປ ໄດ້ໃຫ້ຂໍ້ສັງເກດກ່ຽວກັບການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ໃນລະຫວ່າງວັນທີ 30 – 31 ກໍລະກົດນີ້ ແມ່ນມີຄວາມໝາຍສໍາຄັນທີ່ສຸດ...

ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ - ສິງກະໂປ - ảnh 1ທ່ານນາງ ຕາວທິແທັງເຮືອງ ເອກອັກຄະລັດຖະທູດຫວຽດນາມປະຈໍາສິງກະໂປ

(ພາບ: Baoquocte.vn)

ທ່ານນາງ ຕາວທິແທັງເຮືອງ ເອກອັກຄະລັດຖະທູດຫວຽດນາມປະຈໍາສິງກະໂປ ໄດ້ໃຫ້ຂໍ້ສັງເກດກ່ຽວກັບການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ໃນລະຫວ່າງວັນທີ 30 – 31 ກໍລະກົດນີ້ ແມ່ນມີຄວາມໝາຍສໍາຄັນທີ່ສຸດ, ເຮັດໃຫ້ການພົວພັນຮ່ວມມື ແລະຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ສິງກະໂປ ເລິກເຊິ່ງຂຶ້ນຕື່ມ, ໃນສະພາບການສອງປະເທດພວມຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີ ແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຟົດຟື້ນ.

        ທ່ານນາງເອກອັກຄະລັດຖະທູດ ຕາວທິແທັງເຮືອງ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ຈະມີການພົບປະກັບທ່ານປະທານາທິບໍດີີ Halimah Yacob, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ແລະ ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ Vivian Balakrishnan. ສອງຝ່າຍຈະແລກປ່ຽນບັນດາມາດຕະການເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມສິງກະໂປຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອເດືອນ ເມສາ 2018, ຊຸກຍູ້ບັນດາຂົງເຂດຮ່ວມມືສອງຝ່າຍ, ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂອບເຂດອາຊຽນ ກໍຄືໃນບັນດາບັນຫາຂອງພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່່າງມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ພ້ອມດ້ວຍພັນລະຍາຈະເຂົ້າຮ່ວມ “ວັນວັດທະນະທໍາຫວຽດນາມຢູ່ສິງກະໂປ”. ນີ້ແມ່ນຂີດໝາຍສໍາຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງຫວຽດນາມ - ສິງກະໂປ (1/8/1973 – 1/8/2018).

ຕອບກັບ

ຂ່າວ/ບົດ​ອື່ນ