ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາ,ເຂົ້າສູ່ລວງເລິກ

(VOVWORLD) -ທ່ານອະດີດປະທານາທິບໍດີ Barack Obama ຢັ້ງຢືນວ່າ ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນຫວຽດນາມ - ອາເມລິກາ ເວົ້າລວມ, ນະຄອນ ໂຮ່ຈິມີນ - ອາເມລິກາ ເວົ້າສະເພາະ ດ້ວຍຄວາມອາດສາມາດຂອງຕົນ, ພ້ອມແລ້ວທີ່ຈະເປັນຂົວເຊຶ່ອມຕໍ່ແນະນຳບັນດາວິສາຫະກິດມາລົງທຶນຢູ່ ຫວຽດນາມ ແລະ ນະຄອນໂຮ່ຈິມີນ, ພິເສດໃນຂົງເຂດເລີ່ມຕົ້ນດຳເນີນທຸລະກິດ.
ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາ,ເຂົ້າສູ່ລວງເລິກ - ảnh 1 ທ່ານ ເລຂາຄະນະພັກ ນະຄອນ ໂຮ່ຈິມີນ  ຫງວຽນທ້ຽນເຍິນໃຫ້ການຮັບຕ້ອນ ທ່ານອະດີດປະທານາທິບໍດີອາເມລິກາ Barack Obama (ພາບ: TTXVN)

ຕອນບ່າຍວັນທິີ 9 ທັນວາ, ຢູ່ນະຄອນ ໂຮ່ຈິມີນ, ທ່ານ ເລຂາຄະນະພັກ ນະຄອນ ໂຮ່ຈິມີນ  ຫງວຽນທ້ຽນເຍິນ ໄດ້ໃຫ້ການຮັບຕ້ອນ ທ່ານອະດີດປະທານາທິບໍດີອາເມລິກາ Barack Obama ທີ່ພວມຢ້ຽມຢາມຫວຽດນາມ, ທ່ານເລຂາຄະນະພັກ  ຫງວຽນທ້ຽນເຍິນ ຢັ້ງຢືນວ່າການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງ ອະດີດປະທານາທິບໍດີ ອາເມລິກາ ແລະ ພັນລະຍາ, ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ອັນເລິກເຊິ່ງຕໍ່ກັບສາຍພົວພັນຫວຽດນາມ - ອາເມລິກາ.

ສ່ວນທ່ານອະດີດປະທານາທິບໍດີ Barack Obama ຢັ້ງຢືນວ່າ ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນຫວຽດນາມ - ອາເມລິກາ ເວົ້າລວມ, ນະຄອນ ໂຮ່ຈິມີນ - ອາເມລິກາ ເວົ້າສະເພາະ ດ້ວຍຄວາມອາດສາມາດຂອງຕົນ, ພ້ອມແລ້ວທີ່ຈະເປັນຂົວເຊຶ່ອມຕໍ່ແນະນຳບັນດາວິສາຫະກິດມາລົງທຶນຢູ່ຫວຽດນາມ ແລະ ນະຄອນໂຮ່ຈິມີນ, ພິເສດໃນຂົງເຂດເລີ່ມຕົ້ນດຳເນີນທຸລະກິດ.

ທ່ານອະດີດປະທານາທິບໍດີ Barack Obama ແລະ ພັນລະຍາ Michelle Obama ໄດ້ມີຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 8-11 ທັນວາ 2019, ແນໃສ່ເຜີຍແຜ່ລາຍການ Global Girls, ປະກອບສ່ວນຊຸກຍູ້ການສຶກສາພາກບັງຄັບ, ເປັນຕົ້ນແມ່ນການສຶກສາສຳລັບເດັກນ້ອຍຍິງ ແລະ ແມ່ຍິງທີ່ຊາວຜູ້ອອກແຮງງານ

ຕອບກັບ

ຂ່າວ/ບົດ​ອື່ນ