ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ,ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ,ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານຫວຽດນາມ-ລາວ - ảnh 1
ທ່ານ​ຮອງ​ປະ​ທານ​ປະ​ເທດ ສ​ປ​ປ ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 23/9, ທີ່ຫ້ອງວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ​ທ່ານ​ຮອງ​ປະ​ທານ​ປະ​ເທດ ສ​ປ​ປ ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ເວືອງ​ດິງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ນຳ​ໜ້າ. ນະ​ທີ່ນີ້, ທ່ານ​ຮອງ​​ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ປາດ​ຖະ​ໜາ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາ​ດ​ພັດ​ທະ​ນາ​ເສດ​ຖະ​ກິດ ລາວ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແບ່ງ​ປັນ​ບົດ​ຮຽນ​ດ້ານ​ວິ​ຊາ​ຊີບ​ເພື່ອ​ຮັບ​ໃຊ້​ໃຫ້​​ແກ່ການ​ຄົ້ນ​ຄ້​ວາ​​ພັດ​ທະ​ນາ​ເສດ​ຖະ​ກິດ, ຮັບ​ໃຊ້​ວຽກ​ງານ​ຊີ້​ນຳ, ນຳ​ພາ​ຂອງ​ແຕ່​ລະ​ພັກ, ພ້ອມ​ທັງ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ,ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ແບບ​ຍືນ​ຍົງ.
ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 22/9, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ເສດຖະກິດ​ສູນ​ກາງ​ ໂດຍ​ທ່ານເວື​ອງດິ່ງ​ເຫ້ວ ນຳ​ໜ້າ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະຄົ້ນ​ຄ້ວາຍຸ​ດທະ​ສາດ​ການພັດທະນາ​ເສດຖະກິດ​ລາວ ​ໂດຍ​ທ່ານ​ ບົວ​ສອນ ບຸບ​ຜາວັນ, ຫົວໜ້າ​ຄະນະ​​ນຳ​ໜ້າ. 2 ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ​ຕີ​ລາຄາ​ສະພາບການ​ເສດຖະກິດ​​​ໂລກ ​ແລະ ພາກ​ພື້ນ, ກໍ່​ຄື​ສະພາບການ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ, ທິດ​ທາງ​ແກ້​ໄຂ​ຄວາມຫຍຸ້ງ​ຍາກ ​ແລະ ຍຸດ​ທະ​ສາດ​​​ຮ່ວມ​ມື 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ແຜນການ​ເຮັດ​ວຽກ, ຄະນະ​ປະຕິບັດ​ງານ​ຄະນະ​​ເສດຖະກິດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະພາບ​ການ​​ໂລກ ​ແລະ​ ​ພາກ​ພື້ນ; ສະພາບ​ເສດຖະກິດ​ຫວຽດນາມ. ທ່ານ​ເວື​ອງດິ່ງ​ເຫ້ວ ກໍ່​​ຈະເຂົ້າ​ຢຽມຂຳ່ນັບການ​ນຳ​ຂັ້ນ​ສູງ​ຂອງລາວ.

 

 

ຂ່າວ/ບົດ​ອື່ນ