ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງ ​ຫວຽດນາມ - ລາວ ​ຢ່າງ​ບໍ່​ຢຸດຢັ້ງ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ມັງກອນ, ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ບຸນຍັງ ວໍລະຈິດ ເຊິ່ງເປັນອະດີດເລຂາທິການໃຫຍ່ປະທານປະເທດລາວ ແລະ ທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ລາວ.

ທ່ານ ຟ້າມມິງຈີງ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ໃຫ້ບູລິມະສິດແຖວໜ້າແກ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ຖືນີ້ເປັນຊັບສົມບັດອັນລ້ຳຄ່າ ຕໍ່ກັບພາລະກິດປະຕິວັດຂອງສອງປະເທດ. ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນຈະສືບຕໍ່ ສືບທອດມູນເຊື້ອອັນດີງາມຂອງບັນດາການນຳລຸ້ນກ່ອນ, ເຮັດສຸດຄວາມສາມາດຂອງຕົນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຢ່າງບໍ່ຢຸດຢັ້ງລະຫວ່າງ ຫວຽດນາມ-ລາວ.

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງ ​ຫວຽດນາມ - ລາວ ​ຢ່າງ​ບໍ່​ຢຸດຢັ້ງ - ảnh 1ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ  ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ປະທານປະເທດລາວ (ພາບ: VGP)

ບັນດາອະດີດການນຳລາວ ສະເໜີໃຫ້ສອງປະເທດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການ ຊ່ວຍຮັກສາສະຖຽນລະພາບ ແລະ ພັດທະນາເສດຖະກິດ-ສັງຄົມ; ສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ; ຍົກສູງປະສິດທິຜົນການຮ່ວມມືຢ່າງບໍ່ຢຸດຢັ້ງ ແລະ ຜັນຂະຫຍາຍສັນຍາ ແລະ ຂໍ້ຕົກລົງລະຫວ່າງສອງປະເທດ ຢ່າງມີປະສິດທິຜົນ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງປະເທດ, ໂດຍສະເພາະແມ່ນລຸ້ນໜຸ່ມ ກ່ຽວກັບມູນເຊື້ອສາຍພົວພັນແບບພິເສດ, ສະໜິດຕິດພັນຊື່ສັດບໍລິສຸດລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ.

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງ ​ຫວຽດນາມ - ລາວ ​ຢ່າງ​ບໍ່​ຢຸດຢັ້ງ - ảnh 2ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ລາວ (ພາບ: VGP)

ໃນຕອນບ່າຍຂອງວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ ບໍ່ວຽງຄຳ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ພ້ອມດ້ວຍ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຫວຽດນາມ; ທ່ານ ຟ້າມມິງຈີງ ສະເໜີໃຫ້ ສະມາຄົມມິດຕະພາບ ຫວຽດນາມ - ລາວ, ລາວ-ຫວຽດນາມ ສ້າງຕັ້ງບັນດາສະມາຄົມມິດຕະພາບຢູ່ທ້ອງຖິ່ນຕ່າງໆ, ພ້ອມກັນນັ້ນສືບຕໍ່ມີບັນດາຮູບການພົບປະແລກປ່ຽນໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ