ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ

(VOVWORLD) -ສອງຝ່າຍຢັ້ງຢືນວ່າ ຈະອະນຸລັກ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ - ảnh 1ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໂອ້ລົມສົນທະນາແບບທາງໄກກັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນ ປະຕິວັດ ລາວ, ຮອງປະທານປະເທດລາວ (ພາບ: TTXVN)

ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມສົນທະນາແບບທາງໄກກັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນ ປະຕິວັດ ລາວ, ຮອງປະທານປະເທດລາວ.

ນະທີ່ນີ້, ສອງຝ່າຍຢັ້ງຢືນວ່າ ຈະອະນຸລັກ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ສອງຝ່າຍເຫັນດີຈະສົມທົບກັນຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງການນຳຂັ້ນສູງສອງພັກ, ສອງລັດໃນທຸກຂົງເຂດໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ; ສົມທົບກັນກະກຽມໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ຄົບຮອບ 45 ປີ ໃນປີ 2022 ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ