ເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ

ເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ - ảnh 1
ກອງ​ປະຊຸມ​ໂຄສະນາ​ເພີ່ມ​ທະວີ​ສາຍ​ພົວພັນ​
ແບ​ບພິ​ເສດ​ລະຫວ່າງ​ລາວ - ຫວຽດນາມ
(ພາບ: vietnamplus.vn)


(vovworld) – ກອງ​ປະຊຸມ​ໂຄສະນາ​ເພີ່ມ​ທະວີ​ສາຍ​ພົວພັນ​ແບ​ບພິ​ເສດ​ລະຫວ່າງ​ລາວ - ຫວຽດນາມ ດຳ​ເນີນ​​ໃນ​ວັນ​ທີ 11/09 ຢູ່​ແຂວງ ບໍລິ​ຄຳ​ໄຊ, ​ປະ​ເທດລາວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 52 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ດ້ານ​ການ​ທູດ​ລະຫວ່າງ​ຫວຽດນາມ - ລາວ (05/09/1962 – 05/09/2014) ​ແລະ ບັນດາ​ວັນ​ບຸນ​ໃຫຍ່​ຂອງ 2 ປະ​ເທດ, ຊ່ວຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ກວ່າ​ອີກກ່ຽວກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ເພື່ອ​​ພ້ອມ​ກັນ​ອອກ​ແຮງປົກ​ປັກ​ຮັກສາ. ທີ່​ກອງ​ປະຊຸມ, ຝ່າຍ​ລາວ ​ໄດ້​ຂອບອົກ​ຂອບ​ໃຈ​ຕໍ່ການ​ຊ່ວຍ​​ເຫຼືອ​ອັນ​ໃຫຍ່​ຫຼວງ, ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ; ຍ້ອງຍໍ​ບັນດາ​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານ​ດ້ານ​ທະຫານຫວຽດນາມ ທີ່​ໄດ້​ຊ່ວຍ​ເຫຼືອ​ການ​ປະຕິວັດ​ລາວ; ຢືນຢັນ​ການ​ພົວພັນ​ລະຫວ່າງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ ​ພວມ​ນັບມື້​ນັບ​ພັດທະນາ.

        ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ຢືນຢັນ​ວ່າ, ຍາມ​ໃດພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ  ກໍ່​​ເອົາ​ໃຈ​ໃສ່ຕິດຕາ​ມບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງປະຊາຊົນ​ລາວ ບັນລຸ​ໄດ້​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທ​ດ ຊາດ; ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບ​ດ້ານ, ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ, ຕອບ​ສະໜອງ​ຄວາ​ມມຸ່ງ​ຫວັງ​ຂອງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ