ເພີ່ມລະ​ດັບ​ການ​ໜູນ​ຊ່ວຍ​ໃນ​ການ​ຮຽນ​ວິ​ຊາຊີບ​​ສຳ​ລັບ ແຮງ​ງານ​ທີ່ເຂົ້າ​ຮ່ວມ​ປະ​ກັນ​ໄພ​ວ່າງ​ງານ

(VOVWORLD) -ແຕ່ວັນທີ 15 ພຶດສະພາ, ຜູ້ອອກແຮງງານທີ່ເຂົ້າຮ່ວມປະກັນໄພວ່າງງານຈະໄດ້ຮັບລະດັບການໜູນຊ່ວຍບຳລຸງສ້າງວິຊາຊີບເຖິງ 3 ເດືອນ, ສູງສຸດບໍ່ເກີນ 4.500.000 ດົ່ງ/ຄົນ/ຊຸດບຳລຸງສ້າງ.
ເພີ່ມລະ​ດັບ​ການ​ໜູນ​ຊ່ວຍ​ໃນ​ການ​ຮຽນ​ວິ​ຊາຊີບ​​ສຳ​ລັບ ແຮງ​ງານ​ທີ່ເຂົ້າ​ຮ່ວມ​ປະ​ກັນ​ໄພ​ວ່າງ​ງານ - ảnh 1ພາບປະກອບ: https://baotintuc.vn

ທ່ານນາຍົກລັດຖະມົນຕີຫາກໍ່ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການກຳນົດລະດັບການໜູນຊ່ວຍໃນການຮຽນວິຊາຊີບສຳລັບ ແຮງງານ ທີ່ເຂົ້າຮ່ວມປະກັນໄພວ່າງງານ.

ຕາມນັ້ນແລ້ວ, ແຕ່ວັນທີ 15 ພຶດສະພາ, ຜູ້ອອກແຮງງານທີ່ເຂົ້າຮ່ວມປະກັນໄພວ່າງງານຈະໄດ້ຮັບລະດັບການໜູນຊ່ວຍບຳລຸງສ້າງວິຊາຊີບເຖິງ 3 ເດືອນ, ສູງສຸດບໍ່ເກີນ 4.500.000 ດົ່ງ/ຄົນ/ຊຸດບຳລຸງສ້າງ. ແຕ່ລະປີ, ຮາກຖານບຳລຸງສ້າງວິຊາຊີບຈະປະຕິບັດບັນດາລະບຽບການຊຳລະ ສະຫຼຸບເງິນໃຊ້ຈ່າຍໜູນຊ່ວຍການຮຽນວິຊາຊີບຕາມຂໍ້ກຳນົດ.

ແຫຼ່ງເງິນໃຊ້ຈ່າຍແກ່ການປະຕິບັດການໜູນຊ່ວຍການຮຽນວິຊາຊີບ ໂດຍອົງການປະກັນສັງຄົມເບີກຈ່າຍ ຈາກກອງທຶນປະກັນໄພວ່າງງານ.

ຕອບກັບ

ຂ່າວ/ບົດ​ອື່ນ