ເພີ່ມສະມັດຕະພາບດ້ານແຮງງານເພື່ອຮັບປະກັນການເຕີບໂຕແບບຍືນຍົງ

(VOVWORLD) -ນັບແຕ່ປີ 2008, ຫວຽດນາມ ໄດ້ລື່ນກາຍລະດັບລວມຍອດຜະລິດຕະພັນພາຍໃນ (GDP) ຄິດສະເລ່ຍຕໍ່ຫົວຄົນ 1.000 USD ແລະ ເລີ່ມກ້າວເຂົ້າສູ່ລະດັບຂອງປະເທດມີລາຍຮັບປານກາງ (ຕ່ຳ).
ເພີ່ມສະມັດຕະພາບດ້ານແຮງງານເພື່ອຮັບປະກັນການເຕີບໂຕແບບຍືນຍົງ - ảnh 1 (ທ່ານສາດສະດາຈານ Jay Rosengard)

ນີ້ແມ່ນຂີດໝາຍສຳຄັນ ແລະ ເປີດກາລະໂອກາດພັດທະນາເສດຖະກິດຫຼາຍຢ່າງ ກໍຄືໃຫ້ຫວຽດນາມ ພັດທະນາໃຫ້ກາຍເປັນປະເທດມີລາຍຮັບສູງໃນອະນາຄົດ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານສາດສະດາຈານ Jay Rosengard, ໂຮງຮຽນນະໂຍບາຍສາທາລະນະ Kenedy, ມະຫາວິທະຍາໄລ່ Harvard ຖືວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ສາມາດບັນລຸລະດັບເຕີບໂຕສູງກວ່າອີກ ຖ້າຫາກຮູ້ວິທີນຳໃຊ້ຢ່າງມີປະສິດທິຜົນຈາກກຳລັງພາຍໃນຂອງພື້ນຖານເສດຖະກິດ.

        “ສຳລັບຫວຽດນາມ, ທີ່ໜຶ່ງແມ່ນ, ເພີ່ມທະວີການລົງທຶນເຂົ້າພື້ນຖານໂຄງລ່າງ, ຄືທາງຄົມມະນາຄົມ, ທ່າກ່ຳປັ່ນ, ໂທລະຄົມມະນາຄົມ... ທີ່ສອງແມ່ນຕ້ອງປັບປຸງກົນໄກບໍລິຫານ ແລະ ຄຸ້ມຄອງຂອງລັດຖະບານ, ສ້າງກົນໄກກະຈ່າງແຈ້ງ ແລະ ມີສະພາບແວດລ້ອມໝັ້ນຄົງໃຫ້ບັນດານັກລົງທຶນໄລຍະຍາວ. ທີສາມແມ່ນ, ຕ້ອງລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ, ບໍ່ພຽງແຕ່ລົງທຶນເຂົ້າການສຶກສາຂັ້ນມະຫາວິທະຍາໄລເທົ່ານັ້ນ, ຫາກຍັງຕ້ອງລົງທຶນເຂົ້າການສຶກສາວິຊາຊີບ, ລະບົບສຶກສາຕ້ອງຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ”.

ຕອບກັບ

ຂ່າວ/ບົດ​ອື່ນ