ເພີ່ມເຕີມບາງບໍລິການສາທາລະນະຮັບປະກັນຜົນສຳເລັດຢູ່ໃນລະດັບ 3 ແລະ ລະດັບ 4

(VOVWORLD) -ທ່ານ ໝາຍຕ໊ຽນຢຸງ  ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງກ່ຽວກັບພື້ນຖານໂຄງລ່າງການເຊື່ອມຕໍ່ໃຫ້ໄດ້

ເພີ່ມເຕີມບາງບໍລິການສາທາລະນະຮັບປະກັນຜົນສຳເລັດຢູ່ໃນລະດັບ 3 ແລະ ລະດັບ 4 - ảnh 1  ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ

(ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມຕີລາຄາໝາກຜົນປະມວນການສະໜອງບາງການບໍລິການສາທາລະນະທາງເຄືອຂ່າຍອິນເຕີແນັດຢູ່ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ, ໄດ້ດຳເນີນໃນຕອນເຊົ້າວັນທີ 10 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຢືນຢັນວ່າ, ເລື່ອງຍູ້ແຮງການປະຕິບັດການເຄື່ອນໄຫວການບໍລິການສາທາລະນະແມ່ນມີຄວາມສຳຄັນຍິ່ງ. ມາຮອດປະຈຸບັນ, ຜ່ານການຜັນຂະຫຍາຍມາເປັນເວລາ 3 ເດືອນ, ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ ໄດ້ມີຜູ້ຈົດທະບຽນກວ່າ 77.200 ຄົນ, ມີ 21 ລ້ານເທື່ອຄົນໄດ້ເຂົ້າຊົມ ແລະ ຊອກຫາຂໍ້ມູນການບໍລິການ ແລະ ມີກວ່າ 4.500 ຄຳຕິຊົມ, ຂໍ້ສະເໜີແນະ… ທ່ານ ໝາຍຕ໊ຽນຢຸງ  ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງກ່ຽວກັບພື້ນຖານໂຄງລ່າງການເຊື່ອມຕໍ່ໃຫ້ໄດ້ ເພື່ອໃຫ້ການບໍລິການສາທາລະນະຮັບປະກັນຜົນສຳເລັດຢູ່ໃນລະດັບ 3, ລະດັບ 4 ແລະ ສະໜອງການບໍລິການໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີ.

          “ການບໍລິການສາທາລະນະໃນຄັ້ງນີ້ ພວກເຮົາເອົາໃຈໃສ່ທີ່ສຸດເຖິງບັນຫາຊຳລະເອເລັກໂຕນິກ, ບັນຫາການຈ່າຍເງິນປັບໄໝໃນການລະເມີດການຄົມມະນາຄົມທາງບົກ, ອາກອນວິສາຫະກິດ, ອາກອນສ່ວນຕົວ… ຜົນປະໂຫຍດຂອງການບໍລິການສາທາລະນະແຫ່ງຊາດແມ່ນນຳມາເຊິ່ງລັກສະນະແທດຈິງ, ກະຈ່າງແຈ້ງ, ຮັບປະກັນສິດຂອງຜູ້ນຳໃຊ້ການບໍລິການສາທາລະນະ.”

ຕອບກັບ

ຂ່າວ/ບົດ​ອື່ນ