ເພື່ອນມິດສາກົນເຊື່ອໝັ້ນວ່າຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ສຳເລັດຢ່າງຈົບງາມ

(VOVWORLD) -ມີນັກການທູດຕ່າງປະເທດປະຈຳຫວຽດນາມ ຫຼາຍທ່ານກໍ່ສະແດງຄວາມເອົາໃຈໃສ່ຕໍ່ເຫດການການເມືອງສຳຄັນນີ້ຂອງຫວຽດນາມ.
ເພື່ອນມິດສາກົນເຊື່ອໝັ້ນວ່າຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ສຳເລັດຢ່າງຈົບງາມ - ảnh 1ການເລືອກຕັ້ງຢູ່ຫວຽດນາມ ຖືກດຳເນີນໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ
(ພາບປະກອບ)

ວັນທີ 23 ພຶດສະພາ ຈະມາເຖິງ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຫວຽດນາມ ຈະເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ມີນັກການທູດຕ່າງປະເທດປະຈຳຫວຽດນາມ ຫຼາຍທ່ານກໍ່ສະແດງຄວາມເອົາໃຈໃສ່ຕໍ່ເຫດການການເມືອງສຳຄັນນີ້ຂອງຫວຽດນາມ.

        ໃນການຕອບສຳພາດຕໍ່ສື່ມວນຊົນຫວຽດນາມ ໃນວັນທີ 20 ພຶດສະພາ, ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ຊຸງປົວ, ສະແດງຄວາມຮູ້ວ່າ, ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV ຂອງຫວຽດນາມ ມີລັກສະນະເປັນຕົວແທນສູງ, ໃນນັ້ນ, ຜູ້ສະໝັກຮັບເລືອກຕັ້ງເຊິ່ງແມ່ນຊາວຊົນເຜົ່າສ່ວນໜ້ອຍກວມເອົາ 1/5, ອັດຕາແມ່ຍິງກວມເອົາ 45%, ສູງກວ່າຫຼາຍເມື່ອທຽບໃສ່ບັນດາສະໄໝປະຊຸມຊຸດກ່ອນນີ້. ວິວັດການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢູ່ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຢຶດໝັ້ນບົດບາດນຳພາຂອງພັກ, ສິດເປັນເຈົ້າຂອງປະຊາຊົນ ແລະ ຄຸ້ມຄອງປະເທດໂດຍອີງຕາມກົດໝາຍ.

        ໃນຂະນະນັ້ນ, ເມື່ອຕອບສຳພາດສື່ມວນຊົນເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ຖືວ່າ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຂອງຫວຽດນາມ ໄດ້ສະແດງໃຫ້ເຫັນລັກສະນະປະຊາທິປະໄຕຂອງລະບອບສັງຄົມນິຍົມຢູ່ຫວຽດນາມ, ລັດຂອງປະຊາຊົນ, ຍ້ອນປະຊາຊົນ ແລະ ເພື່ອປະຊາຊົນ. ທ່ານຕີລາຄາສູງວຽກງານຈັດຕັ້ງການເລືອກຕັ້ງຢູ່ຫວຽດນາມ ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ, ຢືນຢັນວ່າ:

 

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

        ສ່ວນທ່ານເອກອັກຄະລັດຖະທູດ ປາແລັດສະຕິນ Saadi Salama, ຫົວໜ້າຄະນະພົວພັນຕ່າງປະເທດປະຈຳ ຫວຽດນາມ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ຫວຽດນາມ ຈະຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຂອງ ຫວຽດນາມ ບັນລຸຜົນສຳເລັດຢ່າງຈົບງາມ.

        ໃນຂະນະນັ້ນ, ໜັງສືພິມ Junge Welt (ເຢຍລະມັນ) ສະບັບອອກວັນທີ 21 ພຶດສະພາ ໄດ້ມີບົດຂຽນຂອງນັກຂ່າວ Gerhard Feldbauer ໄດ້ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງສະພາແຫ່ງຊາດ ເຂົ້າໃນການພັດທະນາເສດຖະກິດຂອງຫວຽດນາມ ໃນຊຸມປີມໍ່ໆມານີ້. ຕາມບົດຂຽນແລ້ວ, ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງເກືອບ 70 ລ້ານຄົນໃນທົ່ວປະເທດ ຈະເຂົ້າຮ່ວມການປ່ອນບັດເລືອກຕັ້ງ ເພື່ອເລືອກຕັ້ງອົງການນິຕິບັນຍັດໃໝ່ອາຍຸການ 5 ປີຈະມາເຖິງ ລວມມີ 500 ທ່ານ. ການເລືອກຕັ້ງສະພາແຫ່ງຊາດຈະມາເຖິງນີ້ຈະສຳເລັດຂັ້ນຕອນການເລືອກຕັ້ງບັນດາຕຳແໜ່ງຂັ້ນສູງຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ