ເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຢ່າງແທດຈິງ

(VOVWORLD) -ທີ່ເວທີປາໄສ, ບັນດາຜູ້ແທນຢືນຢັນວ່າ ເສດຖະກິດພາກເອກະຊົນ (ລວມທັງວິສາຫະກິດ ແລະ ຄອບຄົວດຳເນີນທຸລະກິດ) ໄດ້ພັດທະນາໂດຍບໍ່ກຳນົດຂອບເຂດ, ບໍລິເວນ, ຂະແໜງອາຊີບ.
ເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຢ່າງແທດຈິງ - ảnh 1ທີ່ເວທີປາໄສເສດຖະກິດພາກເອກະຊົນຄັ້ງທີ 2
(ພາບ: VGP)

    “ເສດຖະກິດພາກເອກະຊົນ ມີການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ເສດຖະກິດ ຫວຽດນາມ, ແມ່ນກຳລັງໜູນຊອງພື້ນຖານເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດ ຄືດັ່ງມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ແລະ XIII ຂອງພັກກອມມູນິດ ຫວຽດນາມ, ຍັງມີຫຼາຍບັນຫາຕ້ອງໄດ້ກຳນົດທິດ, ຕ້ອງໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍ, ຊຸກຍູ້”. ນີ້ແມ່ນຂໍ້ສັງເກດ, ການໄຈ້ແຍກຂອງບັນດານັກຊ່ຽວຊານ, ນັກທຸລະກິດ ທີ່ເວທີປາໄສເສດຖະກິດພາກເອກະຊົນຄັ້ງທີ 2, ດຳເນີນໃນວັນທີ 02 ເມສາ, ຢູ່ ຮ່າໂນ້ຍ.

    ທີ່ເວທີປາໄສ, ບັນດາຜູ້ແທນຢືນຢັນວ່າ ເສດຖະກິດພາກເອກະຊົນ (ລວມທັງວິສາຫະກິດ ແລະ ຄອບຄົວດຳເນີນທຸລະກິດ) ໄດ້ພັດທະນາໂດຍບໍ່ກຳນົດຂອບເຂດ, ບໍລິເວນ, ຂະແໜງອາຊີບ. ປະຈຸບັນ, ເສດຖະກິດພາກເອກະຊົນມີຂອບຂະໜາດ 1/3 ຂອງພື້ນຖານເສດຖະກິດ, ດ້ວຍຫຼາຍເຄື່ອງໝາຍການຄ້າຢ່າງແຮງໃນຫຼາຍຂົງເຂດຈຸດສຸມ. ໄລຍະ 2016 – 2021, ເສດຖະກິດພາກເອກະຊົນກວມເອົາສະເລ່ຍ 46% GDP.

ບັນດານັກຊ່ຽວຊານ, ນັກທຸລະກິດຖືວ່າ ເພື່ອບັນລຸໄດ້ເປົ້າໝາຍຈາກວິສາຫະກິດພາກເອກະຊົນ 800.000 ແຫ່ງຂຶ້ນເປັນ 1,5 ລ້ານແຫ່ງ ໃນປີ 2025, ຕ້ອງຄົ້ນຄວ້ານະໂຍບາຍນຳບັນດາຄອບຄົວດຳເນີນທຸລະກິດເອກະເທດເຂົ້າເປົ້າໝາຍວິສາຫະກິດຂະໜາດນ້ອຍ, ຈຸລະວິສາຫະກິດພາກເອກະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ