ເມັກຊີໂກ ເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ ມາເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ

(VOVWORLD) - ຄຳເຊື້ອເຊີນທາງການນີ້ໄດ້ສົ່ງເຖິງທ່ານປະທານາທິບໍດີ Vladimir Putin, ແຕ່ຍັງບໍ່ທັນຮູ້ວ່າທ່ານປະທານາທິບໍດີ ລັດເຊຍ ຈະເຂົ້າຮ່ວມຫຼືບໍ່.
ເມັກຊີໂກ ເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ ມາເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ - ảnh 1ທ່ານນາງ Claudia Sheinbaum
(ພາບເອກະສານ: AFP/TTXVN)

        ວັນທີ 06 ສິງຫາ, ສະຖານທູດ ເມັກຊີໂກ ປະຈຳ ລັດເຊຍ ໃຫ້ຮູ້ວ່າ, ປະເທດນີ້ໄດ້ເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ Vladimir Putin ມາເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີຂອງທ່ານນາງ Claudia Sheinbaum ເຊິ່ງຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ໃນວັນທີ 01 ຕຸລາ ທີ່ຈະມາເຖິງ. ຄຳເຊື້ອເຊີນທາງການນີ້ໄດ້ສົ່ງເຖິງທ່ານປະທານາທິບໍດີ Vladimir Putin, ແຕ່ຍັງບໍ່ທັນຮູ້ວ່າທ່ານປະທານາທິບໍດີ ລັດເຊຍ ຈະເຂົ້າຮ່ວມຫຼືບໍ່.

        ຄຳເຊື້ອເຊີນດັ່ງກ່າວໄດ້ຍົກອອກມາໃນສະພາບການປີ 2023, ສານອາຍາສາກົນ (ICC) ໄດ້ປະກາດຄຳສັ່ງຈັບຕົວການນຳ ລັດເຊຍ ແລະ ເມັກຊີໂກ ແມ່ນສະມາຊິກຂອງ ICC. ເຖິງຢ່າງໃດກໍ່ຕາມ, ຫວ່າງມໍ່ໆມານີ້, ລັດເຊຍ ແລະ ເມັກຊີໂກ ໄດ້ສ້າງຕັ້ງການພົວພັນຢ່າງແໜ້ນແຟ້ນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ໄດ້ອວຍພອນໄຊຊະນະຂອງທ່ານນາງ Claudia Sheinbaum ໃນການເລືອກຕັ້ງເມື່ອເດືອນ ມິຖຸນາ ແລະ ໄດ້ເອີ້ນ ເມັກຊີໂກ ແມ່ນຄູ່ຮ່ວມມືເປັນມິດຂອງ ລັດເຊຍ ຢູ່ ອາເມລິກາລາຕິງ. ເມື່ອເດືອນ ກັນຍາ 2023, ກົມກອງໜຶ່ງຂອງກອງທັບ ລັດເຊຍ ກໍ່ໄດ້ເຂົ້າຮ່ວມການເດີນຂະບວນສວນສະໜາມເພື່ອສະເຫຼີມສະຫຼອງວັນເອກະລາດຂອງ ເມັກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ