ເມກ​ຊີ​ໂກ ເລື່ອນ 4 ຂັ້ນ, ຂຶ້​ນ​ອັນ​ດັບທີ 12 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບບັນ​ດາພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ໂລກ

(VOVWORLD) - ປະເທດ ເມກຊີໂກ ຈະສິ້ນສຸດປີນີ້ ດ້ວຍຍອດຜະລິດຕະພັນພາຍໃນປະເທດ ບັນລຸປະມານ 1810 ຕື້ USD, ເພີ່ມ 400 ຕື້ USD ເມື່ອທຽບໃສ່ການຄາດຄະເນກ່ອນນັ້ນ ຂອງ IMF. 
ເມກ​ຊີ​ໂກ ເລື່ອນ 4 ຂັ້ນ, ຂຶ້​ນ​ອັນ​ດັບທີ 12 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບບັນ​ດາພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ໂລກ - ảnh 1ຕະຫຼາດຢູ່ເມກຊີໂກ (ພາບ: TTXVN)

ວັນທີ 23 ທັນວາ ກອງທຶນເງິນຕາສາກົນ (IMF) ໄດ້ປະກາດວ່າ ເມກຊີໂກ ໄດ້ເລື່ອນ 4 ຂັ້ນ, ເພື່ອຢືນຢູ່ອັນດັບທີ 12 ໃນຕາຕະລາງຈັດອັນດັບ 20 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ປີ 2023. ນີ້ແມ່ນໝາກຜົນຂອງລະດັບການຟື້ນຟູທີ່ໜ້າຊົມເຊີຍ ຂອງປະເທດທີ່ມີຂອບຂະໜາດເສດຖະກິດໃຫຍ່ອັນດັບທີ 2 ຢູ່ທະວີບ ອາເມລິກາ ລາຕິນນີ້.

ຕາມຂໍ້ມູນ ຂອງ IMF ແລ້ວ, ປະເທດ ເມກຊີໂກ ຈະສິ້ນສຸດປີນີ້ ດ້ວຍຍອດຜະລິດຕະພັນພາຍໃນປະເທດ ບັນລຸປະມານ 1810 ຕື້ USD, ເພີ່ມ 400 ຕື້ USD ເມື່ອທຽບໃສ່ການຄາດຄະເນກ່ອນນັ້ນ ຂອງ IMF. ດັ່ງນັ້ນ GDP ໃນປີ 2023 ຂອງ ເມກຊີໂກ ໄດ້ລື່ນກາຍຫຼາຍປະເທດມະຫາເສດຖະກິດອືນໆ, ຄື: ສ.ເກົາຫຼີ (ຄາດວ່າບັນລຸ 1710 ຕື້ USD), ອົດສະຕາລີ (1690 ຕື້ USD) ແລະ ແອັດສະປາຍ (1580 ຕື້ USD), ແຕ່ຍັງຢືນອັນດັບທີ 2 ຢູ່ທະວີບ ອາເມລິກາ ລາຕິນ, ຖັດຈາກ ບຣາຊິນ (2130 ຕື້ USD). ຢູ່ທະວີບ ອາເມລິກາ ລາຕິນ, ບຣາຊິນ ຍັງຮັກສາອັນດັບທີ 1 ຂອງພາກພື້ນ, ພ້ອມທັງຢືນອັນດັບທີ 9 ໃນບັນຊີລາຍຊື່ 20 ພື້ນຖານເສດຖະກິດໃຫຍ່ທີສຸດໃນໂລກ ໃນປີ 2023, ເລື່ອນ 2 ຂັ້ນ ເມື່ອທຽບໃສ່ກັບປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ