ເມັກ​ຊີ​ໂກ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ສຳ​ຄັນ​ຂອງ ຫວຽດ​ນາມ

(VOVWORLD) - ເມັກຊີໂກ ແມ່ນໜຶ່ງໃນບັນດາຕະຫຼາດສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິນ
ເມັກ​ຊີ​ໂກ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ສຳ​ຄັນ​ຂອງ ຫວຽດ​ນາມ - ảnh 1ຄະນະຜູ້ແທນ ອາຊຽນ ຖ່າຍຮູບພ້ອມກັບຜູ້ວ່າການ  Mauricio Kuri González (ພາບ: TTXVN)

ແຕ່ວັນທີ 28 – 30 ສິງຫາ, ຄະນະຜູ້ແທນ ຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ (ACMC) ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບລັດ Queretaro, ເຊິ່ງແມ່ນທ້ອງຖິ່ນທີ່ມີລະດັບດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຫຼາຍທີ່ສຸດຢູ່ປະເທດ ອາເມລິກາ ລາຕິນ ນີ້. ໃນຂອບເຂດການໄປປະຕິບັດງານ, ຄະນະຜູ້ແທນ ອາຊຽນ ລວມມີທ່ານ ເອກອັກຄະລັດຖະທູດບັນດາປະເທດ ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບຜູ້ວ່າການ Mauricio Kuri Gonzalez, ເຂົ້າຮ່ວມເວທີປາໄສວິສາຫະກິດ ອາຊຽນ - QUERETARO, ຢ້ຽມຢາມ  ແລະ ເຮັດວຽກກັບວິສາຫະກິດດີເດັ່ນຈຳນວນໜຶ່ງຢູ່ທ້ອງຖິ່ນ.

        ໃນເວທີປາໄສວິສາຫະກິດ ອາຊຽນ - QUERETARO, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມັກຊີໂກ ຫງວຽນແຮວ່ງນຳ ຕີລາຄາວ່າ ເມັກຊີໂກ ແມ່ນໜຶ່ງໃນບັນດາຕະຫຼາດສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິນ, ພ້ອມທັງຮຽກຮ້ອງໃຫ້ວິສາຫະກິດສອງປະເທດ ເພີ່ມທະວີການເຊື່ອມຕໍ່ ແລະ ໝູນໃຊ້ທ່າໄດ້ປຽບຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເຊິ່ງສອງປະເທດລ້ວນແຕ່ແມ່ນສະມາຊິກ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ເມັກຊີໂກ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຢູ່ພາກພື້ນ ອາເມລິກາ ລາຕິນ ຂອງ ຫວຽດນາມ ແລະ ກົງກັນຂ້າມ, ຫວຽດນາມແມ່ນຕະຫຼາດນຳເຂົ້າ - ສົ່ງອອກສຳຄັນອັນດັບທີ 8 ຂອງ ເມັກຊີໂກ ຢູ່ ອາຊີ ແລະ ອັນດັບທີ 12 ຂອງ ເມັກຊີໂກ ໃນທົ່ວໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ