ເມັກຊີໂກ ແລະ ການາດາ ຕີລາຄາຄວາມຄືບໜ້າຂອງ CPTPP ຢ່າງ ຕັ້ງໜ້າ

(VOVWORLD) - ສັນຍານີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ເມັກຊີໂກ ດ້ວຍເລື່ອງຫັນການພົວພັນການຄ້າເປັນຫຼາຍຮູບຫຼາຍແບບ
ເມັກຊີໂກ ແລະ ການາດາ ຕີລາຄາຄວາມຄືບໜ້າຂອງ CPTPP ຢ່າງ ຕັ້ງໜ້າ - ảnh 1 ທ່ານປະທານາທິບໍດີ ເມັກຊີໂກ Enrique Pena Nieto

ວັນທີ 24 ມັງກອນ, ທ່ານປະທານາທິບໍດີ ເມັກຊີໂກ Enrique Pena Nieto ແລະ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ໂອ້ລົມທາງໂທລະສັບອວຍພອນຜົນສຳເລັດຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມ ປາຊີຟິກ (CPTPP), ຄາດວ່າ ຈະມີ 11 ປະເທດເຂົ້າຮ່ວມການເຈລະຈາ, ລົງນາມໃນເດືອນມິນາຈະມາເຖິງຢູ່ ຈີເລ. ໃນການໂອ້ລົມທາງໂທລະສັບ, ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບວິວັດການເຈລະຈາ CPTPP ແລະ ຢັ້ງຢືນວ່າ ພາຍຫຼັງທີ່ສັນຍານີ້ໄດ້ຮັບການລົງນາມແລ້ວ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດຂອງ 2 ປະເທດຮັບຮອງເອົາໃນທັນທີ. ທ່ານປະທານາທິບໍດີ Nieto ໃຫ້ຮູ້ວ່າ: ສັນຍານີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ເມັກຊີໂກ ດ້ວຍເລື່ອງຫັນການພົວພັນການຄ້າເປັນຫຼາຍຮູບຫຼາຍແບບ ແລະ ອະນຸຍາດໃຫ້ປະເທດນີ້ເຊື່ອມໂຍງ ກັບບັນດາປະເທດສະມາຊິກທີ່ຍັງເຫຼືອຢ່າງແຮງກ່ວາ, ພິເສດແມ່ນພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ