ເມັກຊິໂກສຳຫຼວດຂົງເຂດຕ່ຳແຜ່ນຕັດຫຍິບຫວຽດນາມ

ເມັກຊິໂກສຳຫຼວດຂົງເຂດຕ່ຳແຜ່ນຕັດຫຍິບຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຄະນະ​ນັກທຸລະ​ກິດ​ໜຶ່ງ​ທີ່​ຂຶ້ນ​ກັບ​ຫ້ອງການ​ອຸດສາຫະກຳ​ຕຳ່​ແຜ່ນ​ຕັດຫຍິບ​ແຫ່ງ​ຊາດ ​ເມັກຊີ​ໂກ (canaintex) ຈະ​ດຳ​ເນີນການ​ສຳ​ຫຼວດ ​ແລະ ​ໄຈ້​ແຍກຂົງ​ເຂດ​ຕ່ຳ​ແຜ່ນ​ຕັ​ດຫຍິບ ຫວຽດນາມ, ​ແຕ່​ວັນ​ທີ 22-27/8. ຄະນະ​ນັກທຸລະ​ກິດ​ ມັກຊີ​ໂກ ຄາດວ່າ​ຈະ​ຢ້ຽມຢາມ​ໂຮງງານ 7 ​ແຫ່ງ ​ແລະ ​ເຂດ​ອຸດສາຫະກຳ ຕ່ຳ​ແຜ່ນ​ຕັ​ດຫຍິບ ​ແຫ່ງ​ໜຶ່ງ ​ເພື່ອ​ໄຈ້​ແຍກ ​ແລະ ຄົ້ນ​ຄ້ວາ​ຂັ້ນ​ຕອນ​ການ​ຜະລິດ ຜະລິດ​ຕະພັນ ຕ່ຳ​ແຜ່ນ​ຕັ​ດຫຍິບ ຂອງ ຫວຽດນາມ. Canaintex ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເມື່ອ​ຂໍ້​ຕົກລົງ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ການ​ສົ່ງ​ອອກ​ຜະລິດ​ຕະພັນ ອຸດສາຫະກຳ ຕ່ຳ​ແຜ່ນ​ຕັ​ດຫຍິບ ຫວຽດນາມ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ ​ແລະ ​ເປີດ​ກວ້າງ​ອັດຕາ​ສ່ວນ​ໃນຕະຫຼາດຂອງ​ກຸ່ມ TPP, ພິ​ເສດ​ແມ່ນ​ຕະຫຼາດ ອາ​ເມ​ລິ​ກາ, ຍ້ອນ​ມີ​ບັນດາ​ມາດຕາ​ກ່ຽວ​ກັບ​ບຸລິ​ມາ​ສິດ​ພາສີ​ສອງ​ຝ່າຍ.

        ປະຈຸ​ບັນ, ຫວຽດນາມ​ແມ່ນ​ປະ​ເທດ​ສະໜອງ​ເຄື່ອງ​ຕຳ​່​ແຜ່ນ​ຕັດຫຍິບ​ສຳຄັນ​ອັນ​ດັບ 2 ຂອງ​ຕະຫຼາດ ອາ​ເມ​ລິ​ກາ, ​ໃນ​ຂະນະ​ນັ້ນ ເມັກ​ຊິ​ໂກ ຖືກ​ຈັດ​ອັນ​ດັບ 6. ຕາມ​ຕົວ​ເລກ​ສະຖິຕິ, ວົງ​ເງິນ​ສົ່ງ​ອອກ ເຄື່ອງ​ຕຳ​່​ແຜ່ນ​ຕັດຫຍິບຂອງ ຫວຽດນາມ​ໄປ ອາ​ເມ​ລິ​ກາ​ແມ່ນ​ບັນລຸ 11 ຕຶ້ USD ​ໃນ​ປີ 2015, ​ໃນ 6 ​ເດືອນ​ຂອງ​ປີ 2016 ບັນລຸ 4,29 ຕຶ້ USD, ​ເພີ່ມ​ຂຶ້ນ 5,93% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015.

ຂ່າວ/ບົດ​ອື່ນ