ເມືອງ ຫຼີເຊີນ ຈັດຕັ້ງພິທີອາໄລຫາທະຫານ ຮ່ວາງຊາ

(VOVWORLD) -ວັນທີ 1 ພຶດສະພາ (ກົງກັບວັນທີ 16 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ສາລາບ້ານ  ອານຫວີງ, ຕາແສງ ອານຫວີງ, ເມືອງຫຼີເຊີນ, ແຂວງ ກ໋ວາງຫງາຍ ໄດ້ຈັດຕັ້ງພິທີອາໄລຫາທະຫານ ຮ່ວາງຊາ.
ເມືອງ ຫຼີເຊີນ ຈັດຕັ້ງພິທີອາໄລຫາທະຫານ ຮ່ວາງຊາ - ảnh 1 (ພິທີອາໄລຫາທະຫານຮ່ວາງຊາ ໄດ້ກາຍເປັນປະເພນີ)

ພິທີອາໄລຫາທະຫານຮ່ວາງຊາ ໄດ້ກາຍເປັນປະເພນີ, ເມື່ອຮອດວັນທີ 16 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ບັນດາວົງຕະກຸນໃນເມືອງເກາະ ຫຼີເຊີນ, ແຂວງ ກ໋ວາງຫງາຍ ກໍ່ໄດ້ຈັດຕັ້ງພິທີອາໄລຫາທະຫານຮ່ວາງຊາ, ອາໄລຫາບັນດານັກວິລະຊົນໃນເມື່ອກ່ອນທີ່ມີຄຸນງາມຄວາມດີໃນການປັກຫຼັກໝາຍ, ສ້າງຕັ້ງ, ປົກປັກຮັກສາອະທິປະໄຕໃນໝູ່ເກາະ 2 ແຫ່ງ ຮ່ວາງຊາ, ເຈື່ອງຊາ. ບັນດາຜູ້ເຂົ້າຮ່ວມພິທີໄດ້ສະແດງຄວາມຮູ້ບູນຄຸນຕໍ່ຄົນລຸ້ນກ່ອນ ເຄີຍຂີ່ເຮືອໄປຍັງ ຮ່ວາງຊາ, ເຈື່ອງຊາ ເພື່ອປັກຫຼັກໝາຍສ້າງແຜ່ນສີລາຢັ້ງຢືນອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ. ພາຍຫຼັງພິທີອາໄລຫາທະຫານ ຮ່ວາງຊາ ແມ່ນງານບຸນຊ່ວງເຮືອທີ່ເປັນມູນເຊື້ອ. ທ່ານ ຫງວຽນແທ່ງເຟືອງ, ຢູ່ບ້ານ ອານຫວີງ, ເມືອງ ຫລີເຊີນ, ແຂວງ ກ໋ວາງຫງາຍ, ໃຫ້ຮູ້ວ່າ:

        “ແຕ່ລະປີ, ເມື່ອຮອດວັນທີ 16 ເດືອນ ມີນາ ໄລ່ຕາມຈັນທະປະຕິທິນ, ແມ່ນໄດ້ຈັດຕັ້ງພິທີອາໄລຫາທະຫານເຈື່ອງຊານີ້ແມ່ນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດເພື່ອປະເທດຊາດ. ໃນອະນາຄົດກໍ່ບອກສອນໃຫ້ລູກຫຼານວ່າ ໃນແຕ່ລະປີຕ້ອງຄິດເຖິງວັນນີ້ເພື່ອຈານຶກບູນຄຸນຂອງຄົນລຸ້ນກ່ອນ, 400 ປີກ່ອນໄດ້ປັກຫຼັກໝາຍຢູ່ ຮ່ວາງຊາ, ເຈື່ອງຊາ.”

ຕອບກັບ

ຂ່າວ/ບົດ​ອື່ນ