ເມືອງເກາະຟູກວກກາຍເປັນຕົວເມືອງປະເພດ2

 ເມືອງເກາະຟູກວກກາຍເປັນຕົວເມືອງປະເພດ2 - ảnh 1
ເມືອງ​ເກາະ​ຟູ​ກວກ
ພາບ:internet

(vovworld)-​ ​ຕອນ​ຄ່ຳ​ວັນ​ທີ 15/11, ເມືອງ​ເກາະ ຟູ​ກວກ ​ຂຶ້ນ​ກັບແຂວງ ກຽນ​ຢາງ ໄດ້​ຮັບ​ຂໍ້​ຕົກ​ລົງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮັບ​ຮອງ​ເອົາ​ເປັນ​ຕົວ​ເມືອງ​ປະ​ເພດ 2.

        ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ມອບ​ຂໍ້​ຕົກ​ລົງ, ທ່ານ ຫງວຽນ​ຊວນ​ຟຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ: ຟູ​ກວກ ນອນ​ໃນ​ໃຈ​ກາງ​ຂອງ​ເຂດ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້, ໃນ​ແລວ​ເສດ​ຖ​ະ​ກິດ​ທະ​ເລ​ຫວຽດ​ນາມ-ກຳ​ປູ​ເຈຍ-ໄທ, ຟູ​ກວກ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເປັນ​ຕົ້ນ​ແມ່ນ​ການ​ທ່ອງ​ທ່ຽວ ແລະ ເສດ​ຖະ​ກິດ​ທະ​ເລ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮັບ​ຮູ້​ການ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ຂອງ​ເມືອງ​ເກາະ, ເປັນ​ຕົ້ນ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ, ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ, ການ​ບໍ​ລິ​ການ ການ​ຄ້າ, ສົມ​ກັບ​ຕົວ​ເມືອງ​ປະ​ເພດ 2. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ​ວ່າ:

        “ແຂວງ ກຽນ​ຢາງ ຄວນ​ເປັນ​ເຈົ້າ​ການ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ​ສູນ​ກາງ ສຳ​ຫລວດກວາ​ກາ​ດັດ​ປັບ​ການ​ວາງ​ແຜນ​ຜັງ​ໃຫ້​ແກ່​ເມືອງ​ເກາະ ຟູ​ກວກ ພ້ອມ​ທັງ​ສຳ​ຫລວດກວດ​ກາ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ລົງ​ທຶນ​ຢູ່​ເກາະ ເພື່ອ​ມີ​ມາດ​ຕະ​ການ​ເໝາະ​ສົມ. ໃນ​ນັ້ນ ສ​ຸ​ມ​ໃສ່​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ​ສັງ​ຄົມ​ຮັບ​ປະ​ກັນ​ຄວາມ​ເໝາະ​ສົມ​ກັບ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມູ່ງ​ໄປ​ເຖິງ​ເຂດ​ທະ​ເລ​ໝູ່​ເກາະ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ອະ​ນ​ຸ​ລັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ, ຮັກ​ສາ​ເຂດ​ນິ​ເວດ​ວິ​ທະ​ຍາ​ຊື່ງ​ໄດ້​ຮັບ​ການ​ຮັບ​ຮ​ອງ​ຈາກ UNESCO.”

 

 

ຂ່າວ/ບົດ​ອື່ນ