ເມືອງ​ເກາະ​ເຈື່ອງ​ຊາ ຈະ​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ທີ່​ເຂດ​ປ່ອນ​ບັດ 20 ແຫ່ງ

(VOVWORLD) -ສະພາເລືອກຕັ້ງແຫ່ງຊາດ ໄດ້ຕົກລົງໃຫ້ແຂວງແຄັງຮວາ ຈັດການເລືອກຕັ້ງກ່ອນກຳນົດເວລາຢູ່ເຂດປ່ອນບັດ 20 ແຫ່ງຢູ່ບັນດາເຂດເກາະ ຂຶ້ນກັບເທດສະບານເມືອງເຈື່ອງຊາ, ຕາແສງຊິງຕົ່ນ, ຕາແສງຊອງຕື້ໄຕໃນວັນທີ 16 ພຶດສະພາ.
ເມືອງ​ເກາະ​ເຈື່ອງ​ຊາ ຈະ​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ທີ່​ເຂດ​ປ່ອນ​ບັດ 20 ແຫ່ງ - ảnh 1

ການເຮັດວຽກຢູ່ແຂວງແຄັງຮວາ (ພາບ: VOV)

    ວັນທີ 7 ພຶດສະພາ, ພາຍຫຼັງໄດ້ໄປກວດກາ, ຕິດຕາມກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງແຄັງຮວາ, ນະຄອນຍາຈາງ, ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ, ຄະນະກຳມະການເລືອກຕັ້ງ ແຂວງແຄັງຮວາ, ທ່ານພົນເອກ ໂດ້ບາຕິ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະກວດກາ, ຕິດຕາມກວດກາວຽກງານກະກຽມການເລືອກຕັ້ງ ຂອງຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດ, ໄດ້ຮຽກຮ້ອງໃຫ້ແຂວງ ຈົ່ງຜັນຂະຫຍາຍບັນດາວຽກງານທີ່ຍັງເຫຼືອຢ່າງຄົບຊຸດ ເພື່ອຮັບປະກັນວຽກງານເລືອກຕັ້ງຢ່າງທັນການ, ຮອບດ້ານ. ພ້ອມກັນນັ້ນ, ແຂວງແຄັງຮວາ ຕ້ອງຖືວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ເປັນສຳຄັນກ່ວາອີກ. ສຳລັບເມືອງເກາະເຈື່ອງຊາ, ທ່ານພົນເອກ ໂດ້ບາຕິ ໃຫ້ຮູ້ວ່າ: ສະພາເລືອກຕັ້ງແຫ່ງຊາດ ໄດ້ຕົກລົງໃຫ້ແຂວງແຄັງຮວາ ຈັດການເລືອກຕັ້ງກ່ອນກຳນົດເວລາຢູ່ເຂດປ່ອນບັດ 20 ແຫ່ງຢູ່ບັນດາເຂດເກາະ ຂຶ້ນກັບເທດສະບານເມືອງເຈື່ອງຊາ, ຕາແສງຊິງຕົ່ນ, ຕາແສງຊອງຕື້ໄຕໃນວັນທີ 16 ພຶດສະພາ. ສະເພາະເຂດປ່ອນບັດຂຶ້ນກັບເກາະເຈື່ອງຊາເລິນ, ເທດສະບານເມືອງເຈື່ອງຊາ ແລະ 3 ເຂດປ່ອນບັດທີ່ຍັງເຫຼືອ ທີ່ຂຶ້ນກັບເມືອງເຈື່ອງຊາ ນອນໃນເຂດດິນຕໍ່ແຜ່ນຍັງດຳເນີນການເລືອກຕັ້ງຕາມການກຳນົດເວລາຄືວັນທີ 23 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ