ເມືອງເກາະເຈື່ອງຊາ,ແຂວງແຄ໋ງຮ່ວາ,ສຳເລັດວຽກງານກະກຽມໃຫ້ການເລືອກຕັ້ງ

ເມືອງເກາະເຈື່ອງຊາ,ແຂວງແຄ໋ງຮ່ວາ,ສຳເລັດວຽກງານກະກຽມໃຫ້ການເລືອກຕັ້ງ - ảnh 1
ກ່ຳ​ປັ່ນ​ກອງ​ທັບ​ເຮືອກະ​ກຽ​ມ​ເດີນ​ທາງໄປ​​ໝູ່ເກາະ​ເຈື່ອງ​ຊາ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 05/05, ກ່ຳ​ປັ່ນ​ກອງ​ທັບ​ເຮືອ 2 ລຳ​ສັງ​ກັດກອງ​ພົນ​ນ້ອຍ 146 (ທະ​ຫານ​ເຂດ 4) ໄດ້​ເດີນ​ທາງ​ອອກ​ຈາກ​ທ່າ​ກ່ຳ​ປັ່ນ ກາມ​ແຣງ, ແຂວງ ແຄ໋ງ​ຮ່​ວາ ໄປ​​ໝູ່ເກາະ​ເຈື່ອງ​ຊາ ເພື່ອ​​ເຮັດ​ໜ້າ​ທີ່​ຜັນ​ຂະ​ຫຍາຍວຽກ​ງານເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2021 ກອນ​ກຳ​ນົດ​ເວ​ລາ. ກ່ຳ​ປັ່​ນ 2 ລຳ​ດັ່ງ​ກ່າວ​ໄດ້​ນຳ​​ຫີບ​ປ່ອນ​ບັດ, ບັດ​ເລືອກ​ຕັ້ງ, ບັດ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ກາ​ໝາຍ​ຂອງ​ບັນ​ດາ​ໜ່ວຍ​ເລືອກ​ຕັ້ງ, ບັນ​ດາ​ຊ​ີ​ລາຍ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອ​ກ​ຕັ້ງ… ເພື່ອ​ຮັບ​ໃຊ້​ວຽກ​ງານ​ເລືອກ​ຕັ້ງ​ຢູ່​ເກາະ​​ຕ່າງໆ.

        ຢູ່​ເທດ​ສະ​ບານ​ເມືອງ​ເຈື່ອງ​ຊາ ແລະ 2 ຕາ​ແສງ ຊອງ​ຕື​ໄຕ, ຊິງ​ໂຕນ ຂອງ​ເມືອງ​ເຈື່ອງ​ຊາ ຈະ​ດຳ​ເນີນ​ການ​ປ່ອດ​ບັດໃນ​ວັນ​ທີ 15/05, ກ່ອນ​ກຳ​ນົດ​ເວ​ລ​າ​ປ່ອນ​ບັດ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ 7 ວັນ. ມາ​ຮອດ​ປະ​ຈຸ​ບັນ, ວຽກ​ງານ​ກະ​ກ​ຽ​ມ​ໃຫ້​ການເລືອກ​ຕ​ັ້ງ​ໄດ້​​ປະ​ຕິ​ບັດສຳ​ເລັດ​ໂດຍ​ພື້ນ​ຖານ​ແລ້ວ. ທ່ານ ຫງວຽນ​ວຽດ​ທວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົ​ນ​ເມືອງ​ເກາະ ເຈື່ອງ​ຊາ, ແຂ​ວ​ງ ແຄ໋ງ​ຮ່​ວາ, ໃຫ້​ຮູ້​ວ່າ.

        “ເມືອງ​ເຈື່ອງ​ຊາ ແຂ​ວງ​ແຄ໋ງ​ຮ່​ວາ ໄດ້​ປະ​ຕິ​ບັດ​ວຽກ​ງານ​ກະ​ກ​ຽມ​ເກືອບ​ທັງ​ໝົດ​ເປັນ​ຢ່າງ​ດີ. ເພື່ອ​ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ​ໃຫ້​ໄດ້, ຄະ​ນະ​ພັກ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ສະ​ພາ​ປະ​ຊາ​ຊົນ​ໄດ້​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ວຽກ​ງານ​ເລືອກ​ຕັ້ງ. ພວກ​ຂ້າ​ພະ​ເຈົ້າ​ໄດ້ຈັດ​ໃຫ້​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​​​ທຸກ​ຄົນ​ຮຽນກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ - ສະ​ພາ​ປະ​ຊາ​ຊົນ, ຊາບ​ຊຶມ​ກົດ​ໝາຍ​ວ່າ​ດ້ວຍ​​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ແຫ່ງ​ຊາດ, ສິດ​ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ສິດ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຢ່າງ​ເລິກ​ເຊິ່ງ”.

ຂ່າວ/ບົດ​ອື່ນ