ເຢຍລະມັນ ກ່າວເຕືອນ ເອີລົບ ບໍ່ຄວນ “ເມີນເສີຍ” ຕໍ່ຄວາມເຄັ່ງຕຶງປີ່ນອ້ອມບັນຫາ ໄຕ້ຫວັນ (ຈີນ)

(VOVWORLD) - ເອີລົບ ຕ້ອງຮັກສາການພົບປະແລກປ່ຽນຢ່າງແໜ້ນແຟ້ນກັບ ປັກກິ່ງ, ເຊິ່ງແມ່ນໜຶ່ງໃນບັນດາຄູ່ຄ້າໃຫຍ່ສຸດຂອງສະຫະພາບ ເອີລົບ
ເຢຍລະມັນ ກ່າວເຕືອນ ເອີລົບ ບໍ່ຄວນ “ເມີນເສີຍ” ຕໍ່ຄວາມເຄັ່ງຕຶງປີ່ນອ້ອມບັນຫາ ໄຕ້ຫວັນ (ຈີນ) - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock
(ພາບ: scmp.com)

        ວັນທີ 13 ເມສາ ຢູ່ ປັກກິງ, ກ່າວຄຳເຫັນໃນການຢ້ຽມຢາມ ຈີນ, ທ່ານນາງລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock ໄດ້ຍົກອອກຄຳກ່າວເຕືອນວ່າ ເອີລົບ ບໍ່ຄວນ “ເມີນເສີຍ” ຕໍ່ບັນດາຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ໄຕ້ຫວັນ (ຈີນ), ຍ້ອນບັນຫາດ້ານການທະຫານມີຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ພາກພື້ນຈະພາໄປເຖິງ “ສະພາບການທີ່ບໍດີ” ຕໍ່ພື້ນຖານເສດຖະກິດທົ່ວໂລກ.

        ທ່ານນາງ Annalena Baerbock ຖືວ່າ, ເອີລົບ ຕ້ອງຮັກສາການພົບປະແລກປ່ຽນຢ່າງແໜ້ນແຟ້ນກັບ ປັກກິ່ງ, ເຊິ່ງແມ່ນໜຶ່ງໃນບັນດາຄູ່ຄ້າໃຫຍ່ສຸດຂອງສະຫະພາບ ເອີລົບ, ແຕ່ກໍ່ຕ້ອງຖອດຖອນບົດຮຽນຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເພື່ອແກ້ໄຂບັນດາການປະທະກັນຢູ່ພາກພື້ນໂດຍໄວ. ນັກການທູດ ເຢຍລະມັນ ກໍ່ກ່າວເຕືອນ ເຢຍລະມັນ ແລະ ສະຫະພາບເອີລົບ ມີຄວາມສ່ຽງດ້ານເສດຖະກິດສູງ, ຖ້າຫາກຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ໄຕ້ຫວັນ (ຈີນ) ນັບມື້ນັບເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ