ເຢຍ​ລະ​ມັນ ຊ່ວຍ​ເຫຼືອ ຢູ​ແກຼນ 500 ລ້ານ ເອີ​ໂຣ​

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Boris Pistorius ໄດ້ປະກາດບ້ວງເງິນຊ່ວຍເຫຼືອໃໝ່ຂອງປະເທດນີ້ໃຫ້ແກ່ຢູແກຼນ ລວມມູນຄ່າ 500 ລ້ານ ເອີໂຣ. 
ເຢຍ​ລະ​ມັນ ຊ່ວຍ​ເຫຼືອ ຢູ​ແກຼນ 500 ລ້ານ ເອີ​ໂຣ​ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Boris Pistorius (ພາບ:Reuters)

ວັນທີ 19 ມີນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Boris Pistorius ໄດ້ປະກາດບ້ວງເງິນຊ່ວຍເຫຼືອໃໝ່ຂອງປະເທດນີ້ໃຫ້ແກ່ຢູແກຼນ ລວມມູນຄ່າ 500 ລ້ານ ເອີໂຣ. ຂໍ້ມູນຂ່າວດັ່ງກ່າວ ໄດ້ຍົກອອກມາຢູ່ນອກກອງປະຊຸມເຈລະຈາລະຫວ່າງເຢຍລະມັນ ກັບ ອາເມລິກາ ແລະ ບັນດາພັນທະມິດອື່ນໆຢູ່ຖານທີ່ໝັ້ນກອງທັບອາກາດ Ramstein (ເຢຍລະມັນ). ບ້ວງເງິນໜູນຊ່ວຍໃໝ່ຂອງເຢຍລະມັນ ສະຫງວນໃຫ້ແກ່ ຢູແກູນ ຈະລວມທັງລູກປືນ 10.000 ລູກ. ເຖິງຢ່າງໃດກໍຕາມ, ກໍໃນວັນທີ 19 ມີນາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກໍ່ສືບຕໍ່ປົກປ້ອງການຕົກລົງບໍ່ມອບສົ່ງລູກສອນໄຟນຳວິຖີໄລຍະໄກ Taurus ໃຫ້ແກ່ Kiev.

        ກ່າວຄຳເຫັນທີ່ກອງປະຊຸມຢູ່ ເບີລິນ, ທ່ານນາຍົກລັດຖະມົນຕີ Scholz ເນັ້ນໜັກວ່າ ເຢຍລະມັນ ແມ່ນປະເທດເອີຣົບ ທີ່ໜູນຊ່ວຍໃຫ້ແກ່ ຢູແກຼນ ຫຼາຍທີ່ສຸດ, ໄລ່ຮອດປັດຈຸບັນ ໄດ້ສະໜອງ ຫຼື ໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນຊ່ວຍເຫຼືອທີ່ມີມູນຄ່າ 28 ຕື້ ເອີໂຣ ໃຫ້ແກ່ອຳນາດການປົກຄອງ Kiev.

ຕອບກັບ

ຂ່າວ/ບົດ​ອື່ນ