ເຢຍລະມັນ ຖະແຫຼງ ບໍ່ສະໜອງອາວຸດໃຫ້ຢູແກຼນ

ເຢຍລະມັນ ຖະແຫຼງ ບໍ່ສະໜອງອາວຸດໃຫ້ຢູແກຼນ - ảnh 1
(ທ່ານ​ນາງ​ນາຍົກ​ລັດຖະມົນຕີ​ເຢຍລະ​ມັນ Angela Merkel )

(vovworld) – ​ວັນ​ທີ 02/02, ທ່ານ​ນາງ​ນາຍົກ​ລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ໄດ້​ມີ​ການ​ຢ້ຽມ​ຢາມ​​​​ໄລຍະ​ເສັ້ນເຖິງ​ນະຄອນຫຼວງ Budapest, ປະ​ເທດ ຮຸງ​ກາຣີ ​ເພື່ອ​ປຶກສາ​ຫາລື​ກັບ​ວົງ​ການ​ເຈົ້າ​ໜ​້າທີ່​ປະ​ເທດ​​ເຈົ້າ​ພາບ ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ ​ແລະ ບັນດາ​ບັນຫາ​ພາກ​ພື້ນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ເຈລະຈາກັບ​ທ່ານ​ນາຍົກລັດຖະມົນຕີຮຸງກາຣີ Viktor Orban, ທ່ານນາງ​ນາ​ຍົກ​ລັດຖະມົນຕີ Merkel ​ຢືນຢັນ​ວ່າ Berlin ຈະ​ບໍ່​ສະໜອງ​ອາວຸດ​ໃຫ້​ຢູ​ແກຼນ, ຍ້ອນ​ນີ້​ບໍ່​ແມ່ນ​ວິທີ​ແກ້​ໄຂ​ບັນຫາ​ໃນ​ປະ​ຈຸ​ບັນ. ​ໃນ​ຂະນະ​ນັ້ນ, ທ່າ​ນນາ​ຍົກ​ລັດຖະ​ມົນຕີ Orban ກໍ່​ຍົກ​ຖະ​ແຫຼງ​ຄ້າຍຄື​ກັນ. ບັນດາ​ຄຳ​ກ່າວ​ປາ​ໄສ​​ທີ່ໄດ້​​ຍົກ​ອອກມາ ​ໃນ​ຂະນະ​ທີ່​ພາຫະນະ​ສື່​ມວນ​ຊົນ​ສາກົນ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ພວມ​ຊັ່ງຊາ​​ເລື່ອງສະໜອງ​ອາວຸດ​ໃຫ້ຢູ​ແກຼນ.

ຂ່າວ/ບົດ​ອື່ນ