ເຢຍ​ລະ​ມັນ ​ບຸ​ລິ​ມະ​ສິດ​ການ​ສ​ະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid – 19 ເມື່ອ​ດຳ​ລົງ​ຕຳ​ແໜ່ງເປັນ​ປະ​ທານ​ໝູນ​ວຽນ EU

(VOVWORLD) -ວັນທີ 12 ເມສາ, ທ່ານ Heiko Mass ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນໃຫ້ຮູ້ວ່າ ປະເທດນີ້ຈະມີການກະທຳຢ່າງແຮງເພື່ອໜູນຊ່ວຍບັນດາປະເທດສະຫະພາບເອີລົບ (EU) ຜ່ານຜ່າໂລກລະບາດ Covid – 19 ນີ້, ເມື່ອ Berlin ໄດ້ຮັບດຳລົງຕຳແໜ່ງເປັນປະທານໝູນວຽນ EU ຢ່າງເປັນທາງການ ໃນວັນທີ 1 ກໍລະກົດຈະມາເຖິງ.
ເຢຍ​ລະ​ມັນ ​ບຸ​ລິ​ມະ​ສິດ​ການ​ສ​ະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid – 19 ເມື່ອ​ດຳ​ລົງ​ຕຳ​ແໜ່ງເປັນ​ປະ​ທານ​ໝູນ​ວຽນ EU - ảnh 1 ພາບປະກອບ (TTXVN)

ທ່ານ ໄດ້ເນັ້ນໜັກວ່າ ເມື່ອເຢຍລະມັນຮັບດຳລົງຕຳແໜ່ງເປັນປະທານໝູນວຽນ, ໜຶ່ງໃນບັນດາໜ້າທີ່ທຳອິດຂອງປະເທດນີ້ຈະແມ່ນຄ່ອຍໆລົບລ້າງບັນດາຂໍ້ຈຳກັດກ່ຽວກັບການທ່ອງທ່ຽວ ແລະ ການຕະຫຼາດກຸ່ມຕາມທິດເພີ່ມທະວີ ແລະ ສົມທົບກັນ. ຕາມນັ້ນແລ້ວ, ແທນທີ່ຈະ “ຖິ້ມໂທດໃຫ້ກັນ” ນັ້ນ, ບັນດາປະເທດຕ້ອງສາມັກຄີກັນເພື່ອສະກັດກັ້ນໂລກລະບາດ Covid – 19.

ເຢຍ​ລະ​ມັນ ​ບຸ​ລິ​ມະ​ສິດ​ການ​ສ​ະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid – 19 ເມື່ອ​ດຳ​ລົງ​ຕຳ​ແໜ່ງເປັນ​ປະ​ທານ​ໝູນ​ວຽນ EU - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ