ເຢຍ​ລະ​ມັນ, ຝ​ລັ່ງ ແລະ ສ.ເກົາຫຼີ ແມ່ນ 3 ປະ​ເທດ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່ຫຼາຍ​ທີ່​ສຸດ​ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 22 ເມສາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 507,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 6,2 ລ້ານຄົນ.
ເຢຍ​ລະ​ມັນ, ຝ​ລັ່ງ ແລະ ສ.ເກົາຫຼີ ແມ່ນ 3 ປະ​ເທດ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່ຫຼາຍ​ທີ່​ສຸດ​ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ - ảnh 1ພາບປະກອບ: TTXVN/Vietnam+

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອໃໝ່ຕື່ມອີກ ເກືອບ 800.000 ຄົນ. ເຢຍລະມັນ, ຝລັ່ງ ແລະ ສ.ເກົາຫຼີ ແມ່ນ 3 ປະເທດມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ, ຕາມລຳດັບແມ່ນ 139.849 ຄົນ, 104.007 ຄົນ ແລະ 90.825 ຄົນ.

        ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ມາຮອດປັດຈຸບັນ ອາເມລິກາ ມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 82,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1,01 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

  ສ່ວນຢູ່ ຫວຽດນາມ ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 11.160 ຄົນ, ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 10.544.324 ຄົນ, ໃນນັ້ນມີ 9.079.265 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ