ເຢຍລະມັນ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນວິວັດການຫັນປ່ຽນພະລັງງານ

(VOVWORLD) -ກອງປະຊຸມ COP26, ຢູ່ ອັງກິດ, ຫວຽດນາມ ໄດ້ຍົກອອກບັນດາຄຳໝັ້ນສັນຍາກ່ຽວກັບເລື່ອງຈະກາຍເປັນພື້ນຖານເສດຖະກິດກາກບອນເປັນກາງໃນປີ 2050.
ເຢຍລະມັນ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນວິວັດການຫັນປ່ຽນພະລັງງານ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: TTXVN)

        ວັນທີ 31 ມີນາ, ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ສົມທົບກັບເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ປະຈຳ ເອີລົບ (VINEU) ຈັດກອງປະຊຸມສຳມະນາ “ເພີ່ມທະວີການຮ່ວມມືໃນຂອບເຂດລາຍການ ຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸດຕິທຳ (JETP) ມຸ່ງໄປເຖິງເປົ້າໝາຍການປ່ອຍອາຍພິດລົງເປັນ 0 ໃຫ້ແກ່ ຫວຽດນາມ ໃນປີ 2050”. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດສັບປະດາເຈລະຈາການຫັນປ່ຽນພະລັງງານ ແບັກແລັງ 2023.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຫວູກວາງມິງ ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26, ຢູ່ ອັງກິດ), ຫວຽດນາມ ໄດ້ຍົກອອກບັນດາຄຳໝັ້ນສັນຍາກ່ຽວກັບເລື່ອງຈະກາຍເປັນພື້ນຖານເສດຖະກິດກາກບອນເປັນກາງໃນປີ 2050. ນີ້ແມ່ນເປົ້າໝາຍມີສິ່ງທ້າທາຍຢ່າງໃຫຍ່ຫຼວງ. ຍ້ອນເຫດນັ້ນ, ຫວຽດນາມ ຕ້ອງການມີການຮ່ວມມື ແລະ ໜູນຊ່ວຍຈາກບັນດາຄູ່ຮ່ວມມືສາກົນ ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ.

        ສ່ວນທ່ານຮອງລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ພັດທະນາ ເຢຍລະມັນ Jochen Flasbarth ຖືວ່າ, ດ້ວຍທ່າແຮງສະມັດຕະພາບຢ່າງໃຫຍ່ຫຼວງຈາກພະລັງງານແຮງລົມ ແລະ ແສງຕາເວັນ, ຫວຽດນາມ ຈະກາຍເປັນປະເທດນຳໜ້າໃນວິວັດການຫັນປ່ຽນພະລັງງານຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານຢືນຢັນວ່າ, ເຢຍລະມັນ ພ້ອມແລ້ວທີ່ຈະກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ວິວັດການຫັນປ່ຽນພະລັງງານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ