ເຢຍ​ລະ​ມັນ ມີ​ຄ​ວາມ​ຫວັງຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ຂ້າມ​ອັດ​ລັງ​ຕິກ

(VOVWORLD) -ທ່ານ  Peter Beyer ນັກປະສານງານຂ້າມປາຊີຟິກຂອງ ລັດຖະບານ ເຢຍລະມັນໄດ້ເນັ້ນໜັກເຖິງຈຸດເວລາເໝາະສົມທີ່ສຸດໃນປັດຈຸບັນເພື່ອໃຫ້ ເອີລົບ ແລະ ອາເມລິກາ ພ້ອມກັນວາງອອກ ບັນດານະໂຍບາຍເສດຖະກິດ ແລະ ການຄ້າ ພາຍໃຕ້ອາຍຸການຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden.
ເຢຍ​ລະ​ມັນ ມີ​ຄ​ວາມ​ຫວັງຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ຂ້າມ​ອັດ​ລັງ​ຕິກ - ảnh 1ທ່ານ  Peter Beyer ນັກປະສານງານຂ້າມປາຊີຟິກຂອງ ລັດຖະບານ ເຢຍລະມັນ (ພາບ: Wikimedia)

ລັດຖະບານ ເຢຍລະມັນໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນຈຸດເວລາທີ່ດີທີ່ສຸດ ເພື່ອຍົກເລີກບັນດາຮົ້ວກີດຂວາງດ້ານພາສີອາກອນທາງການຄ້າ ຂ້າມອັດລັງຕິກ - ພິເສດສຳລັບສິນຄ້າອຸດສາຫະກຳ. ທ່ານ Peter Beyer ນັກປະສານງານຂ້າມປາຊີຟິກຂອງ ລັດຖະບານ ເຢຍລະມັນໄດ້ຍົກອອກປະກາດດັ່ງກ່າວ ໃນການຕອບຄຳຖາມຂອງນັກຂ່າວສຳນັກຂ່າວສານ Reuters ຂອງອັງກິດເມື່ອວັນທີ 15 ກຸມພາ. ທ່ານ Beyer ໄດ້ເນັ້ນໜັກເຖິງຈຸດເວລາເໝາະສົມທີ່ສຸດໃນປັດຈຸບັນເພື່ອໃຫ້ ເອີລົບ ແລະ ອາເມລິກາ ພ້ອມກັນວາງອອກ ບັນດານະໂຍບາຍເສດຖະກິດ ແລະ ການຄ້າ ພາຍໃຕ້ອາຍຸການຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden, ໃນນັ້ນ ກ່ຽວຂ້ອງເຖິງການມຸ່ງໄປສູ່ສັນຍາການຄ້າເສລີຢ່າງຮອບດ້ານ ແລະ ເຕັມໄປດ້ວຍແງ່ຫວັງລະຫວ່າງ ອາເມລິກາ ແລະ ເອີລົບ. ຕາມທ່ານ Beyer ແລ້ວ, ໄລຍະເບື້ອງຕົ້ນ ອາດຈະແມ່ນການລົງນາມສັນຍາສະບັບໜຶ່ງ ເຊິ່ງ ອາເມລິກາ ແລະ ເອີລົບ ຈະຍົກເລີກທຸກອັດຕາພາສີຕໍ່ສິນຄ້າ ອຸດສາຫະກຳ ແລະ ຢູ່ໄລຍະຕໍ່ໄປ, ເອີລົບ ແລະ ອາເມລິກາ ຈະປຶກສາຫາລືບັນດາຂົງເຂດທີ່ພວມສ້າງການໂຕ້ຖຽງກັນ ຄືບັນຫາ ກະສິກຳ.

ນອກຈາກຄວາມຫວັງຢາກຮ່ວມມື ກ່ຽວກັບການຄ້າ, Berlin ກໍ່ມີຄວາມຫວັງຕໍ່ການສົມທົບກັນລະຫວ່າງສອງຝ່າຍ ໃນນະໂຍບາຍປົກປ້ອງດິນຟ້າອາກາດ, ໃນນັ້ນ ໄດ້ຕີລາຄາການຕົກລົງຂອງທ່ານ ປະທານາທິບໍດີ ອາເມລິກາ Joe Biden ນຳອາເມລິກາກັບຄືນສູ່ສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດແມ່ນສັນຍານທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ