ເຢຍລະມັນ ສືບສວນສອບສວນບັນຫາເຫດກ່ຽວກັບທໍ່ສົ່ງອາຍແກັສ Nord Stream

(VOVWORLD) - ຕຳຫຼວດ ເຢຍລະມັນ ສືບສວນບັນດາເຫດລະເບີດດ້ວຍການໜູນຊ່ວຍຂອງນັກດຳນ້ຳ ແລະ ບັນດາເຕັກໂນໂລຊີພິເສດ.
ເຢຍລະມັນ ສືບສວນສອບສວນບັນຫາເຫດກ່ຽວກັບທໍ່ສົ່ງອາຍແກັສ Nord Stream - ảnh 1ທະເລ Baltic (ພາບ:AFP/TTXVN)

ວັນທີ 9 ຕຸລາ, ຊ່ອງໂທລະພາບ Tagesschau ຂອງ ເຢຍລະມັນ ໄດ້ໃຫ້ຂ່າວວ່າ: ຕຳຫຼວດພ້ອມກັບກອງທັບ ເຢຍລະມັນ ໄດ້ເລີ່ມດຳເນີນການສືບສວນສອບສວນບັນດາເຫດທີ່ເກີດຂຶ້ນໃນໄລຍະມໍ່ໆມານີ້ຢູ່ລະບົບທໍ່ສົ່ງອາຍແກັສ Nord Stream ໃນທະເລ Baltic. ຕຳຫຼວດ ເຢຍລະມັນ ສືບສວນບັນດາເຫດລະເບີດດ້ວຍການໜູນຊ່ວຍຂອງນັກດຳນ້ຳ ແລະ ບັນດາເຕັກໂນໂລຊີພິເສດ.

        ກ່ຳປັ່ນສອງລຳຂອງທະຫານເຮືອ ເຢຍລະມັນ ໄດ້ຜັນຂະຫຍາຍຈາກບັນດາສະຖານທີ່ໝັ້ນ ຢູ່ Kiel ແລະ Echernforde ມຸ່ງໄປສູ່ທະເລ Baltic ເພື່ອປະຕິບັດພາລະໜ້າທີ່ສືບສວນສອບສວນ. ທ່ານລັດຖະມົນຕີກະຊວງ ຍຸຕິທຳ ເຢຍລະມັນ Marco Buschmann ໃຫ້ຮູ້ວ່າ: ອົງການຍຸຕິທຳສະຫະລັດພວມພິຈາລະນາເປີດການສືບສວນສອບສວນທາງອາຍາ ກ່ຽວກັບບັນດາການກະທຳມ້າງເພທຳລາຍລະບົບທໍ່ສົ່ງ Nord Stream ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ