ເຢຍລະມັນ ສະໜັບ ສະໜູນສິ້ນສຸດການ ເຈລະຈາ FTA ລະຫວ່າງ ຫວຽດນາມ ແລະ EU ໂດຍໄວ

ເຢຍລະມັນ ສະໜັບ ສະໜູນສິ້ນສຸດການ ເຈລະຈາ FTA ລະຫວ່າງ ຫວຽດນາມ ແລະ EU ໂດຍໄວ - ảnh 1
ໄຂ​​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ​ເຢຍລະ​ມັນ
(ພາບ: vietnamplus.vn)


(vovworld) –  ​ວັນ​ທີ 25/06, ຢູ່ Berlin, ​ໄດ້​ໄຂ​​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ​ເຢຍລະ​ມັນ ດ້ວຍ​ຫົວ​ຂໍ້ “​ແງ່​ຫວັງ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ​ເຢຍລະ​ມັນ ພ້ອມ​ກັບ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU”. ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູຮຸຍ​ຮ່ວາງ ​ແລະ ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ເຢຍລະ​ມັນ ຫງວຽນ​ທິຮ່ວາງ​ແອ​ງ ພ້ອມ​ກັນ​ເປັນ​ປະທານ​ເວທີ​ປາ​ໄສ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ຜູ້ຕາງໜ້າ​ມາ​ຈາກ​ກະຊວງ​ເສດຖະກິດ ​ແລະ ພະລັງງານ​ເຢຍລະ​ມັນ, ຫ້ອງການ​ການ​ຄ້າ - ອຸດສາຫະກຳ​ເຢຍລະ​ມັນ ພ້ອມ​ກັບ​ 200 ກວ່າວິ​ສາ​ຫະກິດ​ເຢຍລະ​ມັນ ​ແລະ ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ເຢຍລະ​ມັນ​ກວ່າ.

        ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ລັດຖະມົນຕີ ຫວູຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ ​ໄລ​ຮອດ​ທ້າຍ​ເດືອນ 05/2014, ​ເຢຍລະ​ມັນ​ ໄດ້​ລົງທຶນ​​ເກືອບ 230 ​ໂຄງການ​ຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ບັນລຸ 1,246 ຕື້ USD, ​ເຢຍລະ​ມັນ​ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ສະຫງວນ​ທຶນ​ອຸປະຖຳ​ພັດທະນາ​ຫຼາຍໃຫ້​ແກ່​ຫວຽດນາມ, ​ໃນ​ຂະນະ​ທີ່​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ອຸດສາຫະກຳ, ພະລັງງານ, ຖ່ານ​ຫີນ - ຊັບພະຍາກອນ​​ແຮ່​ທາດ… ​ແລະ ການ​ສຶກສາ​ບຳລຸງ​ສ້າງ ກໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ.

        ທ່ານ​ລັດຖະມົນຕີ ຫວູຮຸຍ​ຮ່ວາງ ​ຢືນຢັນ​ວ່າ ຫວຽດນາມ ແລະ ​ເຢຍລະ​ມັນ ພວມ​ມີ​ກາລະໂອກາດ​ທີ່​ດີ ​ເພື່ອ​​ຂຸດ​ຄົ້ນບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື, ​ໂດຍ​ສະ​ເພາະ​ແມ່ນ​​ເມື່ອ​ຫວຽດນາມ ​ແລະ EU ພວມ​ມານະ​ພະຍາຍາມ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ​ໃນ​ປີ 2014 ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ