ເຢຍ​ລະ​ມັນ ຫວັງ​ວ່າ ອີ​ຣານ ຍົກ​ອອກ​ຂໍ້​ສະ​ເໜີ​ຢ່າງ​ແທດ​ຈິງ ໃນ​ການ​ເຈ​ລະ​ຈາ​ຟື້ນ​ຟູ JCPOA

(VOVWORLD) -ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh ຖືວ່າ ຮອດເວລາທີ່ບັນດາຝ່າຍເຂົ້າຮ່ວມ JCPOA ຕ້ອງເຮັດແຈ້ງຫຼັກໝັ້ນກ່ຽວກັບການຍົກເລີກບັນດາມາດຕະການລົງໂທດທີ່ເລັ່ງໃສ່ ເຕເຮຣານ.
ເຢຍ​ລະ​ມັນ ຫວັງ​ວ່າ ອີ​ຣານ ຍົກ​ອອກ​ຂໍ້​ສະ​ເໜີ​ຢ່າງ​ແທດ​ຈິງ ໃນ​ການ​ເຈ​ລະ​ຈາ​ຟື້ນ​ຟູ JCPOA - ảnh 1ການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍຂອງ ອີຣານ (ພາບ: TTXVN)

ວັນທີ 6 ທັນວາ, ທ່ານໂຄສົກກະຊວງການຕ່າງປະເທດ ເຢຍລະມັນ ໃຫ້ຮູ້ວ່າ: Berlin ພ້ອມແລ້ວທີ່ຈະແກ້ໄຂບັນຫານິວເຄຼຍຂອງ ອີຣານ ດ້ວຍທາງການທູດ ເຖິງວ່າເວລາໃຫ້ຈະໝົດແລ້ວ ກໍ່ຕາມ ແລະ ຫວັງວ່າ ຄະນະເຈລະຈາ ອີຣານ ຈະກັບຄືການເຈລະຈາຮອບໃໝ່ ຢູ່ ວຽນນາ (ປະເທດ ໂອຕາລິດ) “ດ້ວຍບັນດາຂໍ້ສະເໜີຢ່າງແທດຈິງ”. ຄຳກ່າວປາໄສຂອງທ່ານໂຄສົກກະຊວງການຕ່າງປະເທດ ເຢຍລະມັນໄດ້ຍົກອອກມາ ໃນສະພາບການ ວັນທີ 2 ທັນວາ, ອີຣານ ປະກາດວ່າ ໄດ້ສົ່ງໄປຍັງ ອັງກິດ, ຈີນ, ຝລັ່ງ, ລັດເຊຍ, ເຢຍລະມັນ ແລະ ສະຫະພາບເອີລົບ (EU) ຮ່າງຂໍ້ສະເໜີ 2 ສະບັບ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ເຊິ່ງໄດ້ຮູ້ຈັກເຖິງດ້ວຍຊື່ທີ່ວ່າ “ແຜນການເຄື່ອນໄຫວຮ່ວມຢ່າງຮອບດ້ານ (JCPOA). ບັນດາບັນຫາທີ່ກ່ຽວຂ້ອງເຖິງ 2 ບັນຫາທີ່ກໍ່ຄວາມຂັດແຍ້ງກັນໃນຂໍ້ຕົກລົງ, ນັ້ນແມ່ນເລື່ອງຍົກເລີກບັນດາມາດຕະການລົງໂທດ ອີຣານ ແລະ ຄຳໝັ້ນສັນຍານິວເຄຼຍຂອງ ອີຣານ. ແຜນຮ່າງສະບັບທຳອິດ ໄດ້ຊີ້ແຈ້ງບັນດາທັດສະທະນະຂອງ ອີຣານຕໍ່ເລື່ອງຍົກເລີກບັນດາມາດຕະການລົງໂທດປະເທດນີ້, ແຜນຮ່າງສະບັບທີ 2 ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ອີຣານ.

ແລະກໍ່ໃນວັນທີ 6 ທັນວາ, ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh ຖືວ່າ ຮອດເວລາທີ່ບັນດາຝ່າຍເຂົ້າຮ່ວມ JCPOA ຕ້ອງເຮັດແຈ້ງຫຼັກໝັ້ນກ່ຽວກັບການຍົກເລີກບັນດາມາດຕະການລົງໂທດທີ່ເລັ່ງໃສ່ ເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ