ເຢຍ​ລະ​ມັນ ຮຽກ​ຮ້ອງ ອີ​ຢູ ແລະ ອາ​ເມ​ລິ​ກາ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ FTA

(VOVWORLD) -ເອີຣົບ ຄວນເຊື່ອມຕໍ່ວິວັດການເຈລະຈາກ່ຽວກັບສັນຍາການຄ້າເສລີຂ້າມອັດລັງຕິກ. ພິເສດແມ່ນໃນວິກິດການ ຢູແກຼນ ໃນປັດຈຸບັນ, ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງກວ່າກ່ຽວກັບຄວາມສໍາຄັນຂອງການຄ້າເສລີ ສຳລັບຄູ່ຮ່ວມມືໃນທົ່ວໂລກ.
ເຢຍ​ລະ​ມັນ ຮຽກ​ຮ້ອງ ອີ​ຢູ ແລະ ອາ​ເມ​ລິ​ກາ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ FTA - ảnh 1ທ່າກ່ຳປັ່ນ Los Angeles ຢູ່ California, ອາເມລິກາ (ພາບ: TTXVN)

ວັນທີ 20 ມີນາ, ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Christian Lindner ໄດ້ຮຽກຮ້ອງໃຫ້ດຳເນີນຮອບເຈລະຈາໃໝ່ກ່ຽວກັບສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີຣົບ (ອີຢູ) ແລະ ອາເມລິກາ. ຕາມທ່ານ Christian Lindner ແລ້ວ, ເອີຣົບ ຄວນເຊື່ອມຕໍ່ວິວັດການເຈລະຈາກ່ຽວກັບສັນຍາການຄ້າເສລີຂ້າມອັດລັງຕິກ. ພິເສດແມ່ນໃນວິກິດການ ຢູແກຼນ ໃນປັດຈຸບັນ, ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງກວ່າກ່ຽວກັບຄວາມສໍາຄັນຂອງການຄ້າເສລີ ສຳລັບຄູ່ຮ່ວມມືໃນທົ່ວໂລກ.

ຂໍ້ຕົກລົງການຄ້າເສລີຂ້າມ ອັດລັງຕິກ (TAFTA) ໄດ້ນຳສະເໜີແຕ່ຊຸມປີ 1990. ໃນໄລຍະແຕ່ປີ 2013 – 2017, ອາເມລິກາ ແລະ ອີຢູ ໄດ້ປຶກສາຫາລືກ່ຽວກັບຂໍ້ຕົກລົງທີ່ມີຊື່ວ່າ ຄູ່ຮ່ວມມືການຄ້າ ແລະ ການລົງທຶນຂ້າມອັດລັງຕິກ (TTIP). ແຕ່ເມື່ອຂຶ້ນກຳອຳນາດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢຸດການເຈລະຈາກ່ຽວກັບຂໍ້ຕົກລົງ TTIP ພ້ອມທັງເຮັດໃຫ້ເກີດການຂັດແຍ້ງກັນດ້ານການຄ້າກັບ ອີຢູ.

ຊຸມປີມໍ່ໆມານີ້, ເຈົ້າໜ້າທີ່ ເອີຣົບ ຈຳນວນໜຶ່ງໄດ້ສະແດງການສະໜັບສະໜູນຕໍ່ການເຊື່ອມຕໍ່ການເຈລະຈາຄືນໃໝ່, ແຕ່ເຈົ້າໜ້າທີ່ອີກຈຳນວນໜຶ່ງກໍສະແດງໃຫ້ເຫັນຄວາມລະມັດລະວັງກວ່າ.


 

ຕອບກັບ

ຂ່າວ/ບົດ​ອື່ນ