ເຢຍລະມັນ: ເກີດເຫດຍິງປືນເຮັດໃຫ້ 8 ຄົນເສຍຊີວິດ

(VOVWORLD) - ຄ່ຳຄືນວັນທີ 19 ກຸມພາ ໄດ້ເກີດເຫດຍິງປືນ 2 ຄັ້ງຢູ່ນະຄອນ Hanau ຂຶ້ນກັບລັດ Hessen, ພາກກາງປະເທດ ເຢຍລະມັນ ເຮັດໃຫ້ຫລາຍຄົນລົ້ມຫາຍຕາຍຈາກ.
ເຢຍລະມັນ: ເກີດເຫດຍິງປືນເຮັດໃຫ້ 8 ຄົນເສຍຊີວິດ - ảnh 1 ເຢຍລະມັນ: ເກີດເຫດຍິງປືນເຮັດໃຫ້ 8 ຄົນເສຍຊີວິດ

        ຕາມຂ່າວພາບ (Bild) ເຢຍລະມັນ ແລ້ວ, ພວກກໍ່ໃຫ້ເກີດເຫດດັ່ງກ່າວ ໄດ້ປະຕິບັດເຫດຍິງປືນຄັ້ງທຳອິດຢູ່ຮ້ານ Bar ຮ້ານໜຶ່ງໃນເມືອງ Hanau, ຫລັງຈາກນັ້ນ ສືບຕໍ່ໄປຍິງຢູ່ບໍລິເວນສະໜາມຫລວງໃຈກາງ Kurt-Schumacher-Platz ຂຶ້ນກັບເມືອງ Kesselstadt ຢູ່ Hanau .

        ໜັງສືພິມດັ່ງກ່າວກໍ່ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 8 ຄົນ ແລະ 5 ຄົນໄດ້ຮັບບາດເຈັບໃນເຫດຍິງປືນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ