ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ກ່ອນ​ຈັດຮອບ​ຊີງ​ຊະ​ນະ​ເລີດ EURO 2024

(VOVWORLD) - ທ່ານນາງລັດຖະມົນຕີກະຊວງພາຍໃນ Nancy Faeser ຖືວ່າ ລັດທິກໍ່ການຮ້າຍ ອິດສະລາມຫົວຮຸນແຮງ, ການໃຊ້ຄວາມຮຸນແຮງ ແລະ ບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແມ່ນຄວາມສ່ຽງທີ່ອາດຈະເກີດຂຶ້ນ.
ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ກ່ອນ​ຈັດຮອບ​ຊີງ​ຊະ​ນະ​ເລີດ EURO 2024 - ảnh 1ພາບປະກອບ: AFP/TTXVN

ເຢຍລະມັນ ຫາກໍ່ປະກາດບັນດາມາດຕະການເພີ່ມທະວີການຄຸ້ມຄອງລຽບຕາມຊາຍແດນ ຂອງປະເທດນີ້ ກ່ອນຈັດຄວາມແຂ່ງຂັນ ຮອບຊີງຊະນະເລີດກິລາ ບານເຕະ ເອີລົບ (EURO 2024). ຕາມນັ້ນແລ້ວ, ນັບແຕ່ວັນທີ 7 ມິຖຸນາ, ຕຳຫຼວດ ສະຫະລັດ ຈະຈັດວາງບັນດາມາດຕະການເພີ່ມທະວີການປ້ອງກັນຊາຍແດນ, ສະໜາມບິນ ແລະ ຄົມມະນາຄົມທາງລົດໄຟ.

ທ່ານນາງລັດຖະມົນຕີກະຊວງພາຍໃນ Nancy Faeser ຖືວ່າ ລັດທິກໍ່ການຮ້າຍ ອິດສະລາມຫົວຮຸນແຮງ, ໃຊ້ຄວາມຮຸນແຮງ ແລະ ບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແມ່ນຄວາມສ່ຽງທີ່ອາດຈະເກີດຂຶ້ນ. ທ່ານນາງ Nancy Faeser ໃຫ້ຮູ້ວ່າມາດຕະການນີ້ ແມ່ນຈຳເປັນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ EURO 2024, ທີ່ຈະດຳເນີນຢູ່ 10 ນະຄອນຂອງເຢຍລະມັນນັບແຕ່ວັນທີ 14 ມິຖຸນາ ຫາວັນທີ 14 ກໍລະກົດ.

ກະຊວງພາຍໃນເຢຍລະມັນໃຫ້ຮູ້ວ່າ ບັນດາມາດຕະການຄຸ້ມຄອງເພີ່ມເຕີມໄດ້ສ້າງຕັ້ງຢູ່ເຂດຊາຍແດນຕິດກັບແດນມາກ, ຝລັ່ງ, ແບນຊິກ, ໂຮນລັງ ແລະ ລູກຊຳບວກ, 5 ປະເທດສະມາຊິກສະຫະພາບ ເອີລົບ (EU) ໃນພາກພື້ນ Schengen, ບໍ່ມີມາດຕະການຄຸ້ມຄອງເຂດຊາຍແດນເປັນປະຈຳ ມີແຕ່ປະຕິບັດການກວດກາ ແບບບໍ່ໄດ້ກຳນົດກ່ອນ. ບັນດາມາດຕະການກວດກາຈະໄດ້ຮັບການປະຕິບັດຢ່າງ “ມີໄຫວພິບ ແລະ ເປັນແບບຊົ່ວຄາວ”.

ຕອບກັບ

ຂ່າວ/ບົດ​ອື່ນ