ເຢຍ​ລະ​ມັນ ເລັ່ງ​ທວງ​ອັງ​ກິດ ຕ້ອງ​ມີ​ລັກ​ສະ​ນະ​ຕົວ​ຈິງ​ກ່​ວາ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ກັບ EU

(VOVWORLD) - ອັງກິດຕ້ອງມີລັກສະນະຕົວຈິງກ່ວາໃນບັນດາການເຈລະຈາກັບສະຫະພາບເອີລົບ (EU) ກ່ຽວກັບການພົວພັນໃນອະນາຄົດລະຫວ່າງສອງຝ່າຍ.
ເຢຍ​ລະ​ມັນ ເລັ່ງ​ທວງ​ອັງ​ກິດ ຕ້ອງ​ມີ​ລັກ​ສະ​ນະ​ຕົວ​ຈິງ​ກ່​ວາ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ກັບ EU - ảnh 1ທ່ານ Michael Roth ລັດຖະມົນຕີຮັບຜິດຊອບບັນດາບັນຫາເອີລົບຂອງເຢຍລະມັນ (ພາບ: AFP/TTXVN) 

ທ່ານ Michael Roth ລັດຖະມົນຕີຮັບຜິດຊອບບັນດາບັນຫາເອີລົບຂອງເຢຍລະມັນໄດ້ຍົກອອກຂໍ້ສັງເກດໃນການຕອບຄຳສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ AFP ໃນວັນທີ 6 ສິງຫາ.

ໃນການຕອບຄຳສຳພາດນີ້, ທ່ານ Roth ໄດ້ສະແດງຄວາມຜິດຫວັງຢ່າງເລິກເຊິ່ງ ຕໍ່ການເຈລະຈາທີ່ບໍ່ມີທາງອອກກ່ຽວກັບການພົວພັນໃນອະນາຄົດລະຫວ່າງ ອັງກິດ ແລະ EU. ທ່ານກໍ່ສະແດງຄວາມປະຫຼາດໃຈເມື່ອລອນດອນ ເບິ່ງຄືວ່າບໍ່ມີຄວາມສົນໃຈຕໍ່ບັນດາການປຶກສາຫາລືກ່ຽວກັບບັນຫາທາງການທູດ ແລະ ຄວາມໝັ້ນຄົງກັບ EU. ທ່ານຖືວ່າ ລອນດອນພວມຫ່າງເຫີນກັບຖະແຫຼງການດ້ານການເມືອງທີ່ໄດ້ຕົກລົງກັນລະຫວ່າງສອງຝ່າຍ, ໂດຍໄດ້ຖືວ່າແມ່ນພື້ນຖານຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດາການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ