ເຢຍລະມັນ ໝັ້ນໝາຍຮັກສາຂໍ້ຕົກລົງກ່ຽວກັບຊາວອົບພະຍົບ EU - ຕວກກີ

(VOVWORLD) -ໃນການເດີນທາງຢ້ຽມຢາມ ຕວກກີໃນວັນທີ 16 ຕຸລາ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ ອານເຊລາ ເມີແຄນ ໄດ້ສະໜັບສະໜູນການຮັກສາຂໍ້ຕົກລົງລະຫວ່າງ EU ແລະຕວກກີກ່ຽວກັບບັນຫາຊາວອົບພະຍົບ
ເຢຍລະມັນ ໝັ້ນໝາຍຮັກສາຂໍ້ຕົກລົງກ່ຽວກັບຊາວອົບພະຍົບ EU - ຕວກກີ - ảnh 1ປະຊາຊົນຊີລີໄປອົບພະຍົບເພື່ອຫຼີກລ້ຽງການປະທະກັນ

     ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການພົບປະກັບປະທານາທິບໍດີ ຕວກກີ Recep Tayyip Erdogan ຢູ່ ອິດສະຕັນບູນ, ທ່ານນາງນາຍົກລັດຖະມົນເຢຍລະມັນ ອານເຊລາ ເມີແຄນ ຖືວ່າສິ່ງສຳຄັນແມ່ນ EU ສືບຕໍ່ຊ່ວຍໜູນຕວກກີໃນການຕໍ່ສູ້ຕ້ານການອົບພະຍົບຢ່າງຜິດກົດໝາຍ. ທ່ານນາງຊີ້ແຈ້ງວ່າ  ທຸກສິ່ງທີ່ ຕວກກີຊ່ວຍໜູນໃຫ້ແກ່ຊາວອົບພະຍົບຊີລີແມ່ນສິ່ງເໜືອທຳມະດາ, ທ່ານນາງເນັ້ນໜັກວ່າການຊ່ວຍໜູນຂອງ ຕວກກີທີ່ມີຕໍ່ບັນຫາຊາວອົບພະຍົບ ແມ່ນຕ້ອງຮັບປະກັນເໜືອກວ່າຂອບເຂດກ່ຽວກັບທຸກສິ່ງທີ່ໄດ້ຕົກລົງນຳກັນ. ທ່ານນາງ ເມີແຄນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ອານກາຣາ ກ່ຽວກັບການຮອງຮັບຊາວອົບພະຍົບຊີລີ ພ້ອມທັງຮຽກຮ້ອງໃຫ້ປະທານາທິບໍດີຕວກກີ Recep Tayyip Erdogan ຈົ່ງຮ່ວມມືກັນເພື່ອຮັບມືກັບກຳລັງຕາລີບານຢູ່ ອັບການິດສະຖານແນໃສ່ສະກັດກັ້ນວິກິດການຊາວອົບພະຍົບອື່ນໆສຳລັບເອີລົບ. 

ຕອບກັບ

ຂ່າວ/ບົດ​ອື່ນ